ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາໂຄງການກໍ່ສ້າງຊົນລະປະທານ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ

- 313925 e1667357478158 - ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາໂຄງການກໍ່ສ້າງຊົນລະປະທານ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ
- kitchen vibe - ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາໂຄງການກໍ່ສ້າງຊົນລະປະທານ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ

ວັນທີ 1 ພະຈິກ 2022, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມຄະນະໄດ້ລົງຕິດຕາມການກໍ່ສ້າງໂຄງການຊົນລະປະທານ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການຈັດແບ່ງທຶນຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ ແລະ ເປັນໂຄງການທີ່ມີຄວາມໝາຍ, ຄວາມສຳຄັນທາງດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ເປັນໜຶ່ງໃນບັນດາກິດຈະການກໍ່ສ້າງ ທີ່ເປັນເຄື່ອງໝາຍ ສະແດງໃຫ້ເຫັນເຖິງນໍ້າໃຈສາມັກຄີຮັກແພງ ຖານອ້າຍນ້ອງສອງຊາດ ລາວ-ຫວຽດນາມ ເປັນການປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ເວົ້າສະເພາະກໍ່ຄືສອງແຂວງ ຄຳມ່ວນ-ຮ່າຕິ່ງ.

ໂຄງການດັ່ງກ່າວລວມມີມູນຄ່າທັງໝົດ 290 ຕື້ດົງ. ໃນນີ້ແມ່ນທຶນຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ ຈຳນວນ 263 ຕື້ດົງ ແລະ ທຶນສົມທົບຂອງລັດຖະບານ ສປປ ລາວ ຈຳນວນ 27 ຕື້ດົງ. ເປັນໂຄງການກໍ່ສ້າງຄົບວົງຈອນ ແລະ ມີທ່າແຮງທີ່ຈະກ້າວໄປສູ່ການຜະລິດກະສິກຳທີ່ນໍາໃຊ້ເຕັກນິກອັນໃໝ່ໆ ເພື່ອຍົກສູງສະມັດຕະພາບການຜະລິດໃຫ້ສູງຂຶ້ນ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ແລະ ເປັນສິນຄ້າ. ເຊິ່ງໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ເມສາ 2022 ປະກອບມີ: ການກໍ່ສ້າງລະບົບຫົວງານຈັກສູບນໍ້າດ້ວຍໄຟຟ້າ, ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນໃນເຂດຫົວງານ, ກໍ່ສ້າງຫ້ອງການກຸ່ມຜູ້ຊົມໃຊ້ນໍ້າ, ກໍ່ສ້າງຄອງ ເໝືອງແມ່ 1 ຄອງ ປະກອບມີ 2 ເສັ້ນ, ມີຄວາມຍາວ 2.996 ແມັດ, ກໍ່ສ້າງຄອງເໝືອງຂັ້ນ 2 ມີ 7 ເສັ້ນ ຄວາມຍາວ 20.665 ແມັດ ໂດຍກວມເອົນຈໍານວນ 4 ບ້ານຄື: ບ້ານສອງເໝືອງເໜືອ, ສອງເໝືອງໃຕ້, ກຸດຈັບ ແລະ ບ້ານຊຽງຫວາງ ເມືອງໜອງບົກ ລວມມີເນື້ອທີ່ 500 ເຮັກຕາ. ໂດຍແມ່ນບໍລິສັດ ຫຸ້ນສ່ວນສະຖາປັດຕະຍະກໍາ ແລະ ການຄ້າ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງມີໄລຍະເວລາໃນການຈັດຕັ້ງປະຕິບັດການກໍ່ສ້າງໃຫ້ສຳເລັດພາຍໃນ 655 ວັນ ນັບແຕ່ມື້ເລີ່ມລົງມືກໍ່ສ້າງ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາໂຄງການກໍ່ສ້າງຊົນລະປະທານ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ

- 3187 1024x683 - ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາໂຄງການກໍ່ສ້າງຊົນລະປະທານ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ

ມາຮອດປັດຈຸບັນການກໍ່ສ້າງແມ່ນປະຕິບັດໄດ້ປະມານ 15% ຖ້າທຽບໃສ່ໄລຍະ ແລະ ເວລາທີ່ຈັດຕັ້ງປະຕິບັດແມ່ນຍັງມີຄວາມຊັກຊ້າ ອັນເນື່ອງມາຈາກໄລຍະຂອງການລົງມືຈັດຕັ້ງປະຕິບັດໃນຊ່ວງໄລຍະຜ່ານມາແມ່ນຢູ່ໃນຊ່ວງລະດູຝົນ ເຮັດໃຫ້ການກໍ່ສ້າງມີຄວາມຫຍຸ້ງຍາກ.

ໂອກາດນີ້ ທ່ານເຈົ້າແຂວງຄຳມ່ວນ ໄດ້ມີຄຳເຫັນຊີ້ນຳໃຫ້ບໍລິສັດຜູ້ຮັບເໝົາແມ່ນໃຫ້ເລັ່ງການກໍ່ສ້າງໃນໜ້າວຽກຕ່າງໆໃຫ້ມີຄວາມຄືບໜ້າ ພ້ອມທັງຮັບປະກັນທາງດ້ານຄຸນນະພາບ, ຄະນະຮັບຜິດຊອບທັງສອງຝ່າຍ ລາວ-ຫວຽດນາມ ສົມທົບກັບບໍລິສັດ, ອຳນາດການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມປຶກສາຫາລືບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນໃຫ້ໄດ້ຮັບການແກ້ໄຂ, ມີການກຳນົດເສັ້ນທາງນໍາໃຊ້ໃນການຂົນສົ່ງວັດຖຸອຸປະກອນ ໂດຍສະເພາະລົດບັນທຸກໜັກ ເພື່ອບໍ່ໃຫ້ເສັ້ນທາງມີການເປ່ເພຫຼາຍເສັ້ນ, ໂດຍມອບໃຫ້ຄະນະຮັບຜິດຊອບ ຊ່ວຍຕິດຕາມ, ຊຸກຍູ້ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆແກ່ບໍລິສັດຜູ້ຮັບເໝົາ ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ວາງໄວ້.

 

- 3 - ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາໂຄງການກໍ່ສ້າງຊົນລະປະທານ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!