ສື່ຍົກໃຫ້ ລີເວີພູລ ເປັນທີມທີ່ມີໂອກາດໄດ້ ຈູດ ເບລລິງແຮມ ເສີມແດນກາງ

- SPORT PREVIEW Jude Bellingham to Liverpool - ສື່ຍົກໃຫ້ ລີເວີພູລ ເປັນທີມທີ່ມີໂອກາດໄດ້ ຈູດ ເບລລິງແຮມ ເສີມແດນກາງ
- kitchen vibe - ສື່ຍົກໃຫ້ ລີເວີພູລ ເປັນທີມທີ່ມີໂອກາດໄດ້ ຈູດ ເບລລິງແຮມ ເສີມແດນກາງ

- SPORT PREVIEW Jude Bellingham to Liverpool - ສື່ຍົກໃຫ້ ລີເວີພູລ ເປັນທີມທີ່ມີໂອກາດໄດ້ ຈູດ ເບລລິງແຮມ ເສີມແດນກາງ

ສື່ລາຍງານວ່າ ລີເວີພູລ ຄືທີມອັນດັບຫນຶ່ງທີ່ຈະຄວ້າ ຈູດ ເບລລິງແຮມ ກອງກາງດາວຮຸ່ງຂອງ ໂບຣຸສເຊຍ ດອດມຸນ ມາຮ່ວມທີມ ໂດຍເອົາຊະນະຄູ່ແຂ່ງຢ່າງ ແມນເຊສເຕີ ຢູໄນເຕັດ ແລະ ຣຽວ ມາດຣິດ.

- Visit Laos Visit SALANA BOUTIQUE HOTEL - ສື່ຍົກໃຫ້ ລີເວີພູລ ເປັນທີມທີ່ມີໂອກາດໄດ້ ຈູດ ເບລລິງແຮມ ເສີມແດນກາງ

ໂດຍ ເບລລິງແຮມ ກາຍເປັນຫນຶ່ງໃນນັກເຕະທີ່ສະເໜ່ແຮງທີ່ສຸດໃນຂະນະນີ້ ຫລັງລາວສະແດງຜົນງານໄດ້ຢ່າງໂດດເດ່ັນກັບ ດອດມຸນ ດ້ວຍການຍິງໄປແລ້ວ 9 ປະຕູ ກັບ 2 ແອສຊິສ ຈາກການລົງສະໜາມ 19 ນັດ ລວມທຸກລາຍການ.

ຈາກຜົນງານທີ່ເກີດຂຶ້ນເຮັດໃຫ້ບັນດາສະໂມສອນດັງຂອງຢູໂຣບຢ່າງ ລີເວີພູລ, ແມນເຊສເຕີ ຢູໄນເຕັດ, ແມນເຊສເຕີິ ຊິຕີ, ເຊລຊີ ແລະ ຣຽວ ມາດຣິດ ສະແດງຄວາມສົນໃຈເຊັນສັນຍາ.

ແນວໃດກໍຕາມຫລ້າສຸດ ESPN ສື່ກິລາຈາກສະຫະລັດ ເປີດເຜີຍໂດຍອ້າງອີກຈາກຕຳແໜ່ງຂ່າວວ່າ ລີເວີພູລ ຄືທີມອັນດັບ 1 ທີ່ຈະໄດ້ລາຍເຊັນນັກເຕະອາຍຸ 19 ປີລາຍນີ້ໄປເສີມທີມ ຫລັງສະໂມສອນພວມສ້າງຄວາມສຳພັນອັນດີກັບນັກເຕະ.

ຂະນະທີ່ ມາກາ ສື່ສະເປນ ລະບຸວ່າ ລີເວີພູລ ພ້ອມທີ່ຈະຕໍ່ສູ້ທຸກຢ່າງໃນການຄວ້າກອງກາງທີມອັງກິດມາເສີມແດນກາງໃຫ້ໄດ້.

ສຳລັບ ດອດມຸນ ຕ້ອງການຄ່າຕົວຂອງ ເບລລິງແຮມ ສູງກວ່າ 150 ລ້ານຢູໂຣ ແຕ່ຫລາຍໆສະໂມສອນພ້ອມຈ່າຍເຕັມທີ່ບໍ່ເກີນ 100 ລ້ານຢູໂຣ.

- 5 - ສື່ຍົກໃຫ້ ລີເວີພູລ ເປັນທີມທີ່ມີໂອກາດໄດ້ ຈູດ ເບລລິງແຮມ ເສີມແດນກາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!