ຫວຽດນາມ ຕັ້ງເປົ້າໄປບານໂລກ 2030 ຫລັງປະທານສະຫະພັນ​ບານ​ເຕະ​ຄົນປະຈຸບັນ ໄດ້ຮັບເລືອກດຳລົງຕຳແໜ່ງອີກຄັ້ງ

- tien linh xo do ky luc ghi ban tai vong loai world cup scaled - ຫວຽດນາມ ຕັ້ງເປົ້າໄປບານໂລກ 2030 ຫລັງປະທານສະຫະພັນ​ບານ​ເຕະ​ຄົນປະຈຸບັນ ໄດ້ຮັບເລືອກດຳລົງຕຳແໜ່ງອີກຄັ້ງ
- kitchen vibe - ຫວຽດນາມ ຕັ້ງເປົ້າໄປບານໂລກ 2030 ຫລັງປະທານສະຫະພັນ​ບານ​ເຕະ​ຄົນປະຈຸບັນ ໄດ້ຮັບເລືອກດຳລົງຕຳແໜ່ງອີກຄັ້ງ

ສະຫະພັນບານເຕະຫວຽດນາມ ຈັດ​​ການ​ເລືອກ​ຕັ້ງ​ປະທານ​ສະຫະພັນ​ບານ​ເຕະ​ໂດຍ​ທ່ານ ຕຣັນ ຫງອກ ຕວນ ໄດ້​ຮັບ​ເລືອກ​ຕັ້ງ​ເປັຮປະທານ​ສະຫະພັນ​ບານ​ເຕະ​​​ອີກ​ເທື່ອ​ໜຶ່ງ.

ຈາກທີ່ປະທານ​ສະຫະພັນ​ບານ​ເຕະ​ໄດ້ຖືກເລືອກໃຫ້ດໍາລົງຕໍາແໜ່ງອີກຄັ້ງ, ໄດ້ປະກາດຕັ້ງເປົ້າໝາຍທີ່ຊັດເຈນຂອງລາວໃນການກ້າວເປັນອັນດັບຕົ້ນໆຂອງອາຊີ ໂດຍຕັ້ງເປົ້າໝາຍຈະໄປແຂ່ງຂັນບານໂລກ 2030 ຮອບສຸດທ້າຍໃຫ້ໄດ້

- Visit Laos Visit SALANA BOUTIQUE HOTEL - ຫວຽດນາມ ຕັ້ງເປົ້າໄປບານໂລກ 2030 ຫລັງປະທານສະຫະພັນ​ບານ​ເຕະ​ຄົນປະຈຸບັນ ໄດ້ຮັບເລືອກດຳລົງຕຳແໜ່ງອີກຄັ້ງ

ກ່ອນຈະເຖິງຈຸດນັ້ນ ສະຫະພັນ​ບານ​ເຕະ​ຫວຽດນາມ ​ໄດ້​ວາງ​ເປົ້າ​ໝາຍ​ໃຫ້​ແກ່​ທີມຊາດ​ໃຫຍ່ໄວ້​ຕາມ​ລຳດັບ​ຄື:

– ກ້າວຂຶ້ນໄປຕິດອັນດັບ 10 ຂອງອາຊີ
– ໄດ້ເຂົ້າຮອບ 18 ທີມໃນບານໂລກ 2026 ໂຊນອາຊີ ຢ່າງໜ້ອຍ
– ຜ່ານເຂົ້າຮອບ 8 ທີມສຸດທ້າຍ ບານເຕະເອຊຽນ ຄັບ 2023 ແລະ ຜ່ານເຂົ້າຮອບຮອງຊະນະເລີດ ເອຊຽນ ຄັບ 2027
– ໄດ້ເຂົ້າຮອບຊິງຊະນະເລີດການແຂ່ງຂັນບານເຕະຊີງແຊ້ມອາຊຽນ 2022, 2024 ແລະ 2026 ແລະ ເປັນແຊ້ມຢ່າງໜ້ອຍ 1 ສະໄໝ

ຂະນະທີ່ ທີມຊຸດ U-23 ສະຫະພັນບານເຕະຫວຽດນາມ ມັນຕັ້ງເປົ້າໃຫ້ຈົບອັນດັບທີ່ດີທີ່ສຸດໃນປີ 2024 ແລະ 2026, ພ້ອມທັງເປັນແຊ້ມຂອງຊີເກມ 2023 ແລະ 2025

ສ່ວນເປົ້າໝາຍຂອງທີມບານເຕະຍິງຕ້ອງຮັກສາມາດຕະຖານເປັນ 1 ໃນ 6 ຂອງທະວີບອາຊີ. ຂະນະທີ່ ຟຸດຊໍຊາຍ ມຸ່ງເປົ້າໄປເຖິງ ຟຸດຊໍໂລກ 2024 ໃຫ້ໄດ້ ລວມເຖິງການຕິດອັນດັບ 1 ໃນ 3 ຊິງແຊ້ມອາຊຽນ ເພື່ອເຂົ້າຮອບສຸດທ້າຍຊິງແຊ້ມອາຊີ ໃຫ້ໄດ້.

- 3 - ຫວຽດນາມ ຕັ້ງເປົ້າໄປບານໂລກ 2030 ຫລັງປະທານສະຫະພັນ​ບານ​ເຕະ​ຄົນປະຈຸບັນ ໄດ້ຮັບເລືອກດຳລົງຕຳແໜ່ງອີກຄັ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!