ລັດຖະບານອະນຸຍາດໃຫ້ບໍລິສັດເອກະຊົນ ​ສຳຫຼວດບໍ່​ແຮ່ ທອງແດງ, ແຮ່ຄຳ, ແຮ່ເງິນ, ແຮ່ເຫຼັກ ແລະ ແຮ່ສັ່ງກະສີ ເຂດ​ເມືອງ​ຮ້ຽມ ແຂວງຫົວພັນ

- 314891046 615749876905139 2862500028423115744 n - ລັດຖະບານອະນຸຍາດໃຫ້ບໍລິສັດເອກະຊົນ ​ສຳຫຼວດບໍ່​ແຮ່ ທອງແດງ, ແຮ່ຄຳ, ແຮ່ເງິນ, ແຮ່ເຫຼັກ ແລະ ແຮ່ສັ່ງກະສີ ເຂດ​ເມືອງ​ຮ້ຽມ ແຂວງຫົວພັນ
- kitchen vibe - ລັດຖະບານອະນຸຍາດໃຫ້ບໍລິສັດເອກະຊົນ ​ສຳຫຼວດບໍ່​ແຮ່ ທອງແດງ, ແຮ່ຄຳ, ແຮ່ເງິນ, ແຮ່ເຫຼັກ ແລະ ແຮ່ສັ່ງກະສີ ເຂດ​ເມືອງ​ຮ້ຽມ ແຂວງຫົວພັນ
ລັດຖະບານແຫ່ງ ສປປ ລາວ ​ເຊັນ​ສັນ​ຍາ ອະນຸຍາດໃຫ້ບໍລິສັດ ນິກສັນ  ສຳຫຼວດແຮ່ທອງແດງ, ແຮ່ຄຳ, ແຮ່ເງິນ, ແຮ່ເຫຼັກ ແລະ ແຮ່ສັ່ງກະສີ ຢູ່ເຂດບ້ານ ຖ້ຳລາໃຕ້, ບ້ານຖ້ຳລາເໜືອ ແລະ ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ໃນເນື້ອທີ່ 34,36 ກິ​ໂລ​ຕາ​ແມັດ.
ພິ​ທີ​ດັ່ງ​ກ່າວ ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ນະ​ຄອນຫຼວງວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ລົງທຶນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໂຄງການສຳຫຼວດ ແຮ່ທອງແດງ, ແຮ່ຄຳ, ແຮ່ເງິນ, ແຮ່ເຫຼັກ ແລະ ແຮ່ສັງກະສີ ບ້ານຖ້ຳລາໃຕ້, ບ້ານຖ້ຳລາເໜືອ ແລະ ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ໃນເນື້ອທີ່ 34,36 ກິໂລຕາແມັດ ພ້ອດຽວກັນນັ້ນ ບໍລິສັດ ນິກສັນ ຍັງມີສ່ວນຮ່ວມໃນການພັດທະນາ ທາງດ້ານພື້ນຖານໂຄງລ່າງ ລວມ​ທັງ​ເຮັດ​ໃຫ້ປະຊາຊົນໃນເຂດດັ່ງກ່າວໃຫ້ມີວຽກເຮັດງານທຳ.
- 4 - ລັດຖະບານອະນຸຍາດໃຫ້ບໍລິສັດເອກະຊົນ ​ສຳຫຼວດບໍ່​ແຮ່ ທອງແດງ, ແຮ່ຄຳ, ແຮ່ເງິນ, ແຮ່ເຫຼັກ ແລະ ແຮ່ສັ່ງກະສີ ເຂດ​ເມືອງ​ຮ້ຽມ ແຂວງຫົວພັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!