ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ຕັດອິດສະລະພາບ 3 ຈຳເລີຍ ຄົນລະ 5 ປີ ຖານຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ
November 10, 2022 - 4:13 PM


ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ໄດ້ນຳເອົາຄະດີຢາເສບຕິດ ຂຶ້ນມາພິຈາລະນາຕັດສິນລົງໂທດ ໃນອາທິດທີ່ຜ່ານມາ ໂດຍມີຈໍາເລີຍ 3 ຄົນ, ຜ່ານການພິຈາລະນາຄະດີຂອງຄະນະສານແລ້ວ ເຫັນວ່າພວກຈໍາເລີຍທັງ 3 ຄົົນ ມີຄວາມຜິດໃນສະຖານຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຶ່ງຕັດອິດສາລະພາບ ຄົນລະ 5 ປີ ພ້ອມທັງຜູ້ປັບໃໝ່ຄົນລະ 10 ລ້ານ.
ຈໍາເລີຍຜູ້ທີ 1. ຊື່ ທ້າວ ຄຳອ້ວນ ອາຍຸ 44 ປີ ຢູ່ບ້ານ ສົມພອນ ເມືອງຮຸນ ແຂວງ ອຸດົມໄຊ ຖືກກັກຕົວໃນວັນທີ 8 ມິຖຸນາ 2022 ໃນຂໍ້ຫາຄ້າ-ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 129 ເມັດ, ນໍ້າໜັກ 12,4 ກຣາມ; ຜ່ານການກວດກາຂໍ້ມູນຫລັກຖານ ແລະ ເອກະສານຕ່າງໆ ລະອຽດຄົບຖ້ວນ, ຮອບດ້ານ ຂອງຄະນະສານແລ້ວ ເຫັນວ່າ ຈຳເລີຍໄດ້ກະທຳຜິດຕາມຂໍ້ກ່າວຫາແທ.
ຈໍາເລີຍຜູ້ທີ 2 ຊື່ ທ້າວ ຄໍາຈັນ ອາຍຸ 42 ປີ ຢູ່ບ້ານນາມົນ ເມືອງໄຊ ແຂວງອຸດົມໄຊ ຖືກກັກຕົວໃນວັນທີ 14 ມິຖຸນາ 2022 ໃນຂໍ້ຫາ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 210 ເມັດ ນໍ້າໜັກ 26,4 ກຣາມ.
ຈໍາເລີຍຜູ້ທີ່ 3. ຊື່ ທ້າວ ດ່ານ ອາຍຸ 45 ປີ ຢູ່ບ້ານງອນ ເມືອງປາກແບງ ແຂວງອຸດົມໄຊ ຖືກຫາວ່າ ຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 133 ເມັດ ນໍ້າໜັກ 12,8 ກຣາມ.