ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຈະຈັດຂຶ້ນໃນ​ໄວໆ​ນີ້

- 315342332 618927873254006 6222867755992368098 n - ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຈະຈັດຂຶ້ນໃນ​ໄວໆ​ນີ້
- kitchen vibe - ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຈະຈັດຂຶ້ນໃນ​ໄວໆ​ນີ້
ທ່ານ ຄຳພັນ ເຜີຍຍະວົງ ຄະ​ນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ໄດ້ມີຄຳເຫັນຕອບສຳພາດຂອງສື່ມວນຊົນ ໃນວັນທີ 11 ພະຈິກ 2022ນີ້ ທີ່ ຄອສພ ກ່ຽວກັບການກະກຽມດຳເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຊຶ່ງໄດ້ໃຫ້ຮູ້ວ່າ: ການກະກຽມກອງປະຊຸມດັ່ງກ່າວ ໄດ້ກະກຽມໂດຍມີຄວາມພ້ອມຮອບດ້ານໂດຍພື້ນຖານແລ້ວ ແລະ ຈະໄດ້ຈັດກອງປະຊຸມນີ້ຂຶ້ນໃນມໍ່ໆນີ້ ຊຶ່ງກອງປະຊຸມຈະໄດ້ດຳເນີນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ກຳລັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໂດຍກອງປະຊຸມຈະໄດ້ລົງເລິກທົບທວນບາງບັນຫາສຳຄັນ ຄື:
1. ກອງປະຊຸມຈະໄດ້ພ້ອມກັນສະຫຼຸບຕີລາຄາການເຄື່ອນໄຫວວຽກງານການເມືອງ-ແນວຄິດ ໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV (2003) ມາ; ພ້ອມກັນກຳນົດທິດທາງ, ໜ້າທີ່ຈຸດສຸມ ຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ;
2. ກອງປະຊຸມຈະໄດ້ພ້ອມກັນປະກອບຄວາມຄິດຄວາມເຫັນກ່ຽວກັບວິທີການ, ມາດຕະການຂອງການດຳເນີນວຽກງານການເມືອງ-ແນວຄິດ ໃນສະເພາະໜ້າ ແລະ ຊຸມປີຕໍ່ໆໄປ ແນໃສ່ເຮັດໃຫ້ວຽກງານແນວຄິດຕິດພັນ ແລະ ທັງຊຸກຍູ້ຂະບວນການວຽກງານຕົວຈິງໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນຕົ້ນແມ່ນຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບທີ່ໜັກແໜ້ນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການແຂ່ງຂັນຮັກຊາດພັດທະນາ.
3. ພິເສດ, ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຊຶ່ງຈະກາຍເປັນທິດນຳໃຫ້ແກ່ການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ ໄປສູ່ຄຸນນະພາບໃໝ່.
- 4 - ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຈະຈັດຂຶ້ນໃນ​ໄວໆ​ນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!