ເລືອດຈາງນຳໄປສູ່ພະຍາດຫຍັງໄດ້ແດ່ ?
November 14, 2022 - 12:05 PM
ບັນຫາອາການເລືອດຈາງສາມາດນຳໄປສູ່ການເຈັບປ່ວຍໄດ້ຫລາຍພະຍາດດັ່ງນີ້ :
- ເສັ້ນເລືອດຫົວໃຈຕີບເຮັດໃຫ້ເລືອດໄປລ້ຽງສະໝອງບໍ່ພຽງພໍ.
- ເຮັດໃຫ້ເກີດອາການໝາກໄຂ່ຫລັງອັກເສບແລະເປັນພະຍາດໝາກໄຂ່ຫລັງໄດ້ໃນທີ່ສຸດ.
- ເລືອດໄປລ້ຽງສະໝອງບໍ່ພຽງພໍເຮັດໃຫ້ເປັນອັລໄຊເມີສະໝອງເສື່ອມ, ເຈັບຫົວຕະຫລອດແລະງ່ວງນອນງ່າຍ.
- ປວດເມື່ອຍຕາມຮ່າງກາຍແລະຕາມຂໍ້ຕ່າງໆ.
- ອຳມະພຶກ- ອຳມະພາດເນື່ອງຈາກເສັ້ນເລືອດໃນສະໝອງຕີບ.
- ເປັນຫວັດງ່າຍແລະເປັນຕະຫລອດຈົນອາດເຮັດໃຫ້ມີອາການໄຊນັສຫລືຜົ້ງດັງອັກເສບໃນທີ່ສຸດ.
- ມີອາການມຶນຊາປາຍມືແລະປາຍຕີນ.
ສຳລັບຜູ້ທີ່ຮັກສຸຂະພາບຫລືຄົນທີ່ມີອາການເລືອດຈາງການເບິ່ງແຍງດູແລຕົນເອງໃນເລື່ອງຂອງການບຳລຸງເລືອດເປັນເລື່ອງທີ່ສຳຄັນເຊິ່ງການເລືອກກິນອາຫານກໍມີສ່ວນຊ່ວຍເຮັດໃຫ້ເລືອດສົມບູນໄດ້ ອາຫານທີ່ວ່ານີ້ມັກຈະອຸດົມໄປດ້ວຍທາດເຫລັກແລະໂປຣຕິນດັ່ງນີ້ :
- ເຂົ້າເສີມທາດເຫລັກ, ເຂົ້າເບລ, ເຂົ້າເໝົ້າ, ເຂົ້າກ່ຳແລະເຂົ້າຫອມມະລິຖືໄດ້ວ່າມີຄາໂບໄຮເດຣດສູງແລະຍັງມີທາດເຫລັກ, ກົດໂຟລິກແລະຄລໍໂຣຟິລເຊິ່ງເປັນສານທີ່ມີໂມເລກຸນຄ້າຍຄືກັບຮີໂມໂກລບິນໃນເມັດເລືອດແດງຈຶ່ງເໝາະສົມສຳລັບຜູ້ທີ່ຕ້ອງການທາດເຫລັກ.
- ທັນຍາພືດໄດ້ແກ່ ຖົ່ວແດງ, ຖົ່ວດຳ, ຖົ່ວອາວມັອນ, ໝາກເດືອຍ, ແກ່ນໝາກອຶເປັນຕົ້ນເປັນແຫ່ລງຂອງອາຫານທີ່ອຸດົມໄປດ້ວຍສານອາຫານທີ່ມີປະໂຫຍດທັງໂປຣຕິນ, ເສັ້ນໄຍອາຫານ, ວິຕາມິນ B, ສານຕ້ານອະນຸມູນອິດສະລະ, ທາດເຫລັກ, ສັງກະສີ, ທອງແດງແລະແມັກນີຊຽມ.
- ພືດຜັກໃບສີຂຽວເຂັ້ມເຊັ່ນ :ຜັກບົ້ງ, ໜໍ່ໄມ້ຝຣັ່ງ, ຜັກຫົມ, ຜັກກາດນາ, ຜັກກະລ່ຳດອກ, ແຕ່ອາຫານເຫລົ່ານີ້ຄວນກິນຮ່ວມກັບອາຫານທີ່ມີວິຕາມິນ C ຫລາຍເຊັ່ນ : ໝາກຫຸ່ງ, ໝາກກ້ຽງຫລືໝາກສີດາເພື່ອຊ່ວຍໃຫ້ຮ່າງກາຍດູດຊຶມທາດເຫລັກໄດ້ດີ.
- ເລືອດ, ຕັບ, ຊີ້ນສັດຕ່າງໆ ຫາກຢາກກິນອາຫານທີ່ມີທາດເຫລັກສູງກໍບໍ່ຄວນພາດລາຍການອາຫານທີ່ປະກອບໄປດ້ວຍເລືອດ, ຕັບແລະຊີ້ນສັດ.
- ໝາກເຜັດ, ຜັກທຽມແລະຂີ້ໝິ້ນຊ່ວຍໃຫ້ການໄຫລວຽນຂອງເລືອດເປັນໄປໄດ້ດີແລະຍັງຊ່ວຍຫລຸດຄວາມດັນເລືອດໃຫ້ຢູ່ໃນເກນປົກກະຕິ.