ກອງປະຊຸມການເຂົ້າເຖິງການບໍລິການດ້ານການເງິນໃນ ສປປ ລາວ ປະຈຳປີ 2022
November 15, 2022 - 1:53 PM


ໃນວັນທີ 15 ພະຈິກ 2022ນີ້, ສະມາຄົມການເງິນຈຸລະພາກລາວ (ສມກຈ) ຮ່ວມກັບ ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການສະໜັບສະໜູນຈາກອົງການ ADA ປະເທດລຸກຊຳບວກ ໄດ້ຈັດກອງປະຊຸມການເຂົ້າເຖິງການບໍລິການດ້ານການເງິນໃນ ສປປ ລາວ ປະຈຳປີ 2022 ພາຍໃຕ້ຫົວຂໍ້: “ກ້າວສູ່ອະນາຄົດທີ່ມີຄວາມສະເໝີພາບ ແລະ ມີ ຄວາມຍືນຍົງ, ຮັບປະກັນໃຫ້ມີຮູບແບບການສະໜອງການບໍລິການດ້ານການເງິນທີ່ມີຄວາມຮັບຜິດຊອບທາງດ້ານສັງຄົມ ແລະ ມີີຄວາມໜ້າເຊື່ອຖືຂຶ້ນ ໂດຍການເປັນປະທານຂອງທ່ານ ພູຂົງ ຈັນທະຈັກ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ມີທ່ານ ສົມພອນ ສີແສງລັດ ປະທານສະພາບໍລິຫານ ສມກຈ, ມີຜູ້ອຳນວຍການສະມາຄົມ ເຂົ້າຮ່ວມ.
ທ່ານ ພູຂົງ ຈັນທະຈັກ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ຍົກໃຫ້ເຫັນບັນດາປະເດັນຕ່າງໆທີ່ກ່ຽວຂ້ອງ ທີ່ສະຖາບັນການເງິນຈຸລະພາກ (ສກຈ) ຕ້ອງປະເຊີນເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການແນໃສ່ການໃຫ້ບໍລິການທາງການເງິນທີ່ມີຄວາມສະເໝີພາບ ແລະ ມີຄວາມຍືນຍົງເພື່ອໃຫ້ຂະແໜງການສາມາດມີບົດບາດສໍາຄັນ ແລະ ປະກອບສ່ວນຊ່ວຍເຫຼືອລູກຄ້າ, MSMEs, ຊຸມຊົນໃນຊົນນະບົດ ເພື່ອຮັບມືກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດທີ່ເຮັດໃຫ້ເກີດຄວາມສ່ຽງໃນຂະນະດຽວກັນກໍສັງເກດວ່າມັນສາມາດໃຊ້ເຕັກໂນໂລຊີດີຈີຕ໋ອນໄດ້ແນວໃດ? ໂດຍສະເພາະໃນກອງປະຊຸມຈະສາມາດຮັບຮູ້ເຖິງຂະແໜງການຈະສາມາດຮັບປະກັນຄຸນນະພາບ ແລະ ຄວາມໜ້າເຊື່ອຖືໃນການລາຍງານ ການດໍາເນີນງານທາງດ້ານການເງິນ ແລະ ສັງຄົມຂອງສະຖາບັນການເງິນຈຸລະພາກໄດ້ແນວໃດ? ຕົວຊີ້ວັດທີ່ກ່ຽວຂ້ອງຂອງການດຳເນີນງານທາງດ້ານການເງິນ ແລະ ສັງຄົມທີ່ຜູ້ຄຸ້ມຄອງຕ້ອງໃຊ້ໃນການຕິດຕາມແມ່ນຫຍັງ? ການກວດສອບພາຍນອກສາມາດສະໜັບສະໜູນຂະ ແໜງການໃນການບັງຄັບໃຊ້ເພື່ອຄຸນນະພາບ ການລາຍງານທາງການເງິນ ແລະ ການບໍລິຫານ ສກຈ ແນວໃດ ເພື່ອລະບຸຊ່ອງວ່າງ ແລະ ປັບປຸງການສະໜອງການບໍລິການທາງດ້ານການເງິນແນວໃດ?, ຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ໃນຂະແໜງການ ໃນການສະໜັບສະໜູນລູກຄ້າມີແນວໃດແດ່, ໂດຍສະເພາະຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( MSMEs ) ເພື່ອປະກອບສ່ວນເຂົ້າໃນການຟື້ນຟູເສດ ຖະກິດພາຍຫຼັງ COVID-19?, ສະພາບການປະຕິບັດໃນປັດຈຸບັນຂອງຂະແໜງການມີແນວໃດແດ່ກ່ຽວກັບການເງິນສີຂຽວ, ການເງິນກະສິກໍາ, MSMEs?, ການເງິນດີຈີຕອນມີການເຊື່ອມໂຍງແນວໃດກັບການເງິນສີຂຽວໃນການເຮັດໃຫ້ລູກຄ້າໂດຍສະເພາະ MSMEs ສາມາດຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດແນວໃດ?.
ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການສົນທະນາກ່ຽວກັບຫົວຂໍ້ຕ່າງໆທີ່ພົວພັນກັບການໃຫ້ບໍລິການທາງ ດ້ານການເງິນຊຶ່ງເປັນບັນຫາໜຶ່ງທີ່ ທຫລ ໄດ້ໃຫ້ຄວາມສຳຄັນໂດຍການສ້າງດຳລັດການປົກປ້ອງຜູ້ຊົມໃຊ້ທາງ ດ້ານການເງິນທີ່ໄດ້ຮັບຮອງໂດຍລັດຖະບານໃນປີ 2020 ຜ່ານມາ, ໂດຍໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ-ກວດກາ ແລະ ການປົກປ້ອງຜູ້ຊົມໃຊ້ການບໍລິການທາງດ້ານການເງິນເພື່ອເຮັດໃຫ້ການບໍລິການທາງດ້ານການເງິນມີຄຸນນະພາບ, ຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທຳ, ແນໃສ່ການສ້າງ ຄວາມເຊື່ອໝັ້ນໃຫ້ແກ່ລະບົບການເງິນ.
