ສຕລ ຖອດຖອນ ສະໂມສອນບານເຕະ ບໍລິຄຳໄຊ ເອຟຊີ ອອກຈາກການແຂ່ງຂັນ ຍ້ອນສະໜາມບໍ່ຜ່ານມາດຕະຖານ
February 15, 2023 - 4:37 PM

ວັນທີ 15 ກຸມພາ 2023 ນີ້ ເພຈຂ່າວ Bolikhamxay Football Club ອອກແຈ້ງການໃຫ້ຊາບວ່າ: ສະໂມສອນບານເຕະ ບໍລິຄຳໄຊ ເອຟຊີ ໄດ້ຖືກຖອດຖອນອອກຈາກການແຂ່ງຂັນລາຍການເປັບຊີ ລາວລີກ 1 ລະດູການປີ 2023 ຕາມໜັງສືແຈ້ງການຂອງສະຫະພັນບານເຕະແຫ່ງຊາດລາວ ສະບັບເລກທີ 139/ ສຕລ ລົງວັນທີ 13 ກຸມພາ 2023 ການລົງກວດສະໜາມແຂ່ງຂັນຂອງ ແຂວງບໍລິຄຳໄຊ ໂດຍທີມງານຂອງ ສຕລ ໃນວັນທີ 10 ກຸມພາ 2023 ຜ່ານມາ ຍ້ອນສະໜາມການແຂ່ງຂັນຂອງແຂວງບໍລິຄຳໄຊ ບໍ່ຜ່ານມາດຕະຖານການຈັດການແຂ່ງຂັນຂອງລາຍການ ດັ່ງນັ້ນ, ສະໂມສອນບານເຕະ ບໍລິຄຳໄຊ ເອຟຊີ ຈຶ່ງຖືກຖອດຖອນອອກຈາກການແຂ່ງຂັນລາຍການເປັບຊີ ລາວລີກ 1 ລະດູການປີ 2023 ຢ່າງເປັນທາງການ.