ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ອິນໂດເນເຊຍ ເພີ່ມເປັນ 268 ຄົນ ເປັນເດັກນ້ອຍນັກຮຽນຈຳນວນຫລາຍ

- 7306b29115afa014d88ca7208480cfb0 - ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ອິນໂດເນເຊຍ ເພີ່ມເປັນ 268 ຄົນ ເປັນເດັກນ້ອຍນັກຮຽນຈຳນວນຫລາຍ
- kitchen vibe - ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ອິນໂດເນເຊຍ ເພີ່ມເປັນ 268 ຄົນ ເປັນເດັກນ້ອຍນັກຮຽນຈຳນວນຫລາຍ

ຄວາມຄືບໜ້າສະຖານະການແຜ່ນດິນໄຫວຂະໜາດ 5,6 ທີ່ເກີດຂຶ້ນຢູ່ບໍລິເວນພູໃນເກາະຊາວາຂອງອິນໂດເນເຊຍ ເຊິ່ງສົ່ງຜົນໃຫ້ມີດິນເຈື່ອນຖົມເຮືອນຫລາຍແຫ່ງ, ຫລ້າສຸດມີລາຍງານຜູ້ເສຍຊີວິດເພີ່ມເປັນຢ່າງໜ້ອຍ 268 ຄົນແລ້ວ ແລະ ບາດເຈັບຫລາຍກວ່າ 1.000 ຄົນ ໂດຍຜູ້ເສຍຊີວິດຈຳນວນຫລາຍພົບວ່າເປັນເດັກນ້ອຍນັກຮຽນ, ຂະນະທີ່ສຳນັກງານບັນເທົາສາທາລະນະໄພແຫ່ງຊາດຂອງອິນໂດເນເຊຍ (BNPB) ລະບຸວ່າ: ມີປະຊາຊົນທີ່ຍັງສູນຫາຍອີກ 151 ຄົນ.

ເບື້ອງຕົ້ນທາງການລະບຸວ່າ: ມີເຮືອນໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວທີ່ເກີດຂຶ້ນ 22.000 ກວ່າຫລັງ ແລະ ປະຊາຊົນ 58.000 ກວ່າຄົນຕ້ອງອົບພະຍົບໄປຢູ່ຄ້າຍພັກອາໄສຊົ່ວຄາວ.

- Visit Laos Visit SALANA BOUTIQUE HOTEL - ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ອິນໂດເນເຊຍ ເພີ່ມເປັນ 268 ຄົນ ເປັນເດັກນ້ອຍນັກຮຽນຈຳນວນຫລາຍ

ສ່ວນສຳນັກງານຄົ້ນຫາ ແລະ ກູ້ໄພແຫ່ງຊາດ ລະບຸວ່າ: ສາເຫດທີ່ມີເດັກນ້ອຍນັກຮຽນຈຳນວນຫລາຍເສຍຊີວິດ ເນື່ອງຈາກລະຫວ່າງເກີດເຫດໃນໄລຍະເວລາປະມານ 13:00 ໂມງ ເດັກນ້ອຍນັກຮຽນຍັງຢູ່ໃນໂຮງຮຽນ.

ຂະນະທີ່ເຫດແຜ່ນດິນໄຫວເກີດຂຶ້ນໃນລະດັບຄວາມເລິກປະມານ 10 ກິໂລແມັດ ເຊິ່ງຫລັງເກີດເຫດມີອາບເຕີຊ໊ອກເກີດຂຶ້ນຕາມມາອີກຫລາຍສິບຄັ້ງ ແລະ ເຮັດໃຫ້ເຮືອນທີ່ບໍ່ແຂງແຮງຖະຫລົ່ມລົງມາ ຫລື ໄດ້ຮັບຄວາມເສຍຫາຍເພີ່ມຂຶ້ນ.

ທັງນີ້, ປະທານາທິບໍດີ ໂຈໂກ ວິໂດໂດ ໄດ້ເດີນທາງລົງພື້ນທີ່ໄພພິບັດໃນວັນທີ 22 ພະຈິກ ພ້ອມໃຫ້ຄຳແນະນຳເຈົ້າໜ້າທີ່ໃນການເລັ່ງຊ່ວຍເຫລືອຜູ້ປະສົບໄພທີ່ຍັງຕົກຄ້າງຢູ່ໃຕ້ຊາກອາຄານບ້ານເຮືອນເປັນອັນດັບທຳອິດ ໂດຍເຈົ້າໜ້າທີ່ກູ້ໄພພ້ອມຕຳຫລວດຫລາຍຮ້ອຍຄົນ ຍັງພະຍາຍາມດຳເນີນການຄົ້ນຫາ ແລະ ຊ່ວຍເຫລືອຜູ້ລອດຊີວິດຢ່າງຕໍ່ເນື່ອງ.

ອ້າງອີງ:

https://www.bbc.com/news/world-asia-63712461

- 5 - ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ອິນໂດເນເຊຍ ເພີ່ມເປັນ 268 ຄົນ ເປັນເດັກນ້ອຍນັກຮຽນຈຳນວນຫລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!