ແຟນບານຍີ່ປຸ່ນ ແລ່ນອອກໄປສະຫລອງດີໃຈ ທີ່ 5 ແຍກຊິບູຢາ ຫລັງທີມຊາດຍີ່ປຸ່ນ ພິກເອົາຊະນະເໜືອເຢຍລະມັນ

- e347ee3d0e8d3deb e1669259670706 - ແຟນບານຍີ່ປຸ່ນ ແລ່ນອອກໄປສະຫລອງດີໃຈ ທີ່ 5 ແຍກຊິບູຢາ ຫລັງທີມຊາດຍີ່ປຸ່ນ ພິກເອົາຊະນະເໜືອເຢຍລະມັນ
- kitchen vibe - ແຟນບານຍີ່ປຸ່ນ ແລ່ນອອກໄປສະຫລອງດີໃຈ ທີ່ 5 ແຍກຊິບູຢາ ຫລັງທີມຊາດຍີ່ປຸ່ນ ພິກເອົາຊະນະເໜືອເຢຍລະມັນ

ນັບເປັນເກມການແຂ່ງຂັນອີກນັດໜຶ່ງທີ່ສ້າງຄວາມປະທັບໃຈໃຫ້ກັບແຟນບານທົ່ວໂລກ ຫລັງຈາກ ທີມຊາດຍີ່ປຸ່ນ ສະແດງໃຫ້ເຫັນການພິກກັບມາເອົາຊະນະ ເຢຍລະມັນ 2-1 ໃນບານໂລກ 2022, ເຊິ່ງບໍ່ຕ້ອງສົງໄສວ່າແຟນບານຊາວຍີ່ປຸ່ນຈະດີໃຈຂະໜາດໃດ.

ຫລັງຈາກຈົບເກມ “ຊາມູໄຣ” ຮ່ວມພະລັງກັນເອົາຊະນະ “ອິນຊີເຫລັກ” ທີ່ສະໜາມກິລາສາກົນ Khalifa, ກໍ່ມີການເຜີຍຮູບພາບຂອງແຟນບານຍີ່ປຸ່ນຈຳນວນໜຶ່ງທີ່ເບິ່ງເກມຢູ່ທີ່ 5 ແຍກ Shibuya, ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນໂຕກຽວ ອອກ​ມາ​ໃນໂລກອອນ​ໄລ​ນ​໌​

ພາບ​ທີ່​ທ່ານ​ເຫັນ​ແມ່ນ​ຫລັງ​ຈາກ​ທີ່​ຜູ້​ຕັດສິນເປົ່າໝາກຫວີດຈົບເກມ ແຟນບານ​ເຕະ​ຊາວ​ຍີ່ປຸ່ນ​ຕ່າງພາກັນ​ແລ່ນລົງໄປສະ​ເຫລີ​ມສະຫລອງທີ່ 5 ແຍກ Shibuya  ພາຍ​ໃຕ້​ການເບິ່ງແຍງຂອງ​ຕຳຫລວດ ແລະ ສິ່ງທີ່ໜ້າຮັກທີ່ສຸດແມ່ນພວກເຂົາແລ່ນລົງມາຕອນທີ່ໄຟກຳລັງເປັນສີແດງ ແລະ ເມື່ອມາເຖິງໄຟສີຂຽວ ທຸກຄົນຍ່າງກັບຄືນໄປຫາທາງຍ່າງ ເພື່ອໃຫ້ລົດສາມາດແລ່ນໄດ້ຕາມປົກກະຕິ.

ເບິ່ງຄລີບ: https://twitter.com/jean3107…/status/1595435916075880448

- 3 - ແຟນບານຍີ່ປຸ່ນ ແລ່ນອອກໄປສະຫລອງດີໃຈ ທີ່ 5 ແຍກຊິບູຢາ ຫລັງທີມຊາດຍີ່ປຸ່ນ ພິກເອົາຊະນະເໜືອເຢຍລະມັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!