ຮັບຮອງຂັບຊຳເໜືອ ແລະ ພູມປັນຍາການຕໍ່າສິ້ນຜ້າໄໝມ້ອນຫົວພັນ ເປັນມໍລະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນ
November 26, 2022 - 11:52 AM


ຂະແໜງທ່ອງທ່ຽວ ແຂວງຫົວພັນລາຍງານໃຫ້ຮູ້ວ່າ: ວັນທີ 23 ພະຈິກ 2022 ນີ້ ແຂວງຫົວພັນ ປະກາດຮັບຮອງ ຂັບຊໍາເໜືອ ແລະ ພູມປັນຍາການຕໍ່າສິ້ນ, ຜ້າໄໝມ້ອນຫົວພັນ ເປັນມໍລະດົກທາງດ້ານວັດທະນາທໍາ ທີ່ບໍ່ເປັນວັດຖຸ ລະດັບທ້ອງຖິ່ນຂອງແຂວງຫົວພັນ ແລະ ງານປະກວດສຽງແຄນ, ຂັບຊໍາເໜືອ ແລະ ຫັດຖະກໍາຜ້າໄໝມ້ອນ ແຂວງຫົວພັນ ຢູ່ທີ່ຫໍວັດທະນະທໍາແຂວງ ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ມີບັນດາທ່ານການນໍາຂອງແຂວງ, ການນໍາເມືອງ, ຫົວໜ້າ-ຮອງຫົວໜ້າ ພ້ອມດ້ວຍພະນັກງານລັດຖະກອນຈາກພະແນກການ ກົມກອງອ້ອມຂ້າງແຂວງ, ພາກສ່ວນທີ່ກ່ຽວຂ້ອງ ແລະ 12 ບ້ານເທສະບານ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.





