ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ

ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ - 56 n e1669714895771 - ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ
ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ - kitchen vibe - ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ

ເຊົ້າວັນທີ 29 ພະຈິກ 2022 ນີ້, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 29 ພະຈິກ ຫາ 1 ທັນວາ 2022 ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເດີນທາງມາຮອດສະໜາມບິນ ສາກົນ ປັກກິ່ງ ໂດຍມີສະຫາຍ ຫລິວ ຈ້ຽນຊາວ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ເຊິ່ງພິທີຕ້ອນຮັບທາງການແມ່ນຈະຈັດຂຶ້ນໃນວັນທີ 30 ພະຈິກ 2022.

ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ - Visit Laos Visit SALANA BOUTIQUE HOTEL - ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ

ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ - 722 n 1024x682 - ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ

ໃນລະຫວ່າງການເຄື່ອນໄຫວຢ້ຽມຢາມ ລັດຖະກິດຢູ່ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ຈະໄດ້ເຂົ້າພົບປະສອງຝ່າຍ ກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ, ພົບປະກັບ ສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພົບປະກັບສະຫາຍ ຫລີ ຈ້ານຊູ ປະທານສະພາປະຊາຊົນ ທົ່ວປະເທດຈີນ ຢູ່ຫໍສະພາສະພາປະຊາຊົນ, ເຂົ້າຮ່ວມຢ້ຽມຊົມການວາງສະແດງເອກະສານຮ່ວມມື ແລະ ຢ້ຽມຢາມສະຖານທີ່ສຳຄັນອື່ນໆ ອີກຈໍານວນໜຶ່ງ.

ຂ່າວ-ພາບ: ຂັນໄຊ

ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ - 5 - ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!