ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ

ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ -  e1669797873875 - ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ
ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ - kitchen vibe - ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ

ການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ແມ່ນໄຊຊະນະທີ່ເດັດດ່ຽວອາດຫານໃນການປະຕິບັດພາລະກິດ ປະຕິວັດຊາດ ປະຊາທິປະໄຕຢູ່ປະເທດເຮົາ, ແມ່ນໄຊຊະນະແຫ່ງການລວມສູນທາງສະຕິປັນຍາ, ການເສຍສະລະເລືອດເນື້ອຂອງປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ ພາຍໃຕ້ການນຳພາຂອງພັກປະຊາຊົນລາວໃນເມື່ອກ່ອນກໍຄືພັກປະຊາຊົນ ປະຕິວັດລາວໃນປັດຈຸບັນ.

ເມື່ອຫວນຄືນເສັ້ນທາງຕໍ່ສູ້ມີໄຊອັນຍິ່ງໃຫຍ່ຄືດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເລິກເຖິງຄວາມດຸເດືອດຂ້ຽວຂາດເອົາເປັນເອົາຕາຍລະຫວ່າງກຳລັງປະຕິວັດຂອງຊາດລາວກັບຈັກກະພັດຕ່າງດ້າວທີ່ມີກຳລັງທະຫານລື່ນກາຍຫລາຍເທົ່າທັງອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ, ແຕ່ດ້ວຍແນວທາງອັນຖືກຕ້ອງເປັນທຳ, ດ້ວຍຄວາມປີຊາສາມາດສະຫລາດສ່ອງໃສໃນການນຳພາຕໍ່ສູ້ປົດປ່ອຍຊາດ, ພັກເຮົາໄດ້ປະສົມປະສານທັງການທະຫານ, ການເມືອງ, ກົດໝາຍ, ການຕ່າງປະເທດ ທັງປຸກລະດົມນໍ້າໃຈຮັກຊາດຂອງປະຊາຊົນບັນດາເຜົ່າໃຫ້ສະໜັບສະໜູນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດ ໄດ້ນັບມື້ຫລາຍຂຶ້ນ ເຮັດໃຫ້ຂະບວນການຕໍ່ສູ້ກູ້ຊາດນັບມື້ໄດ້ຮັບໄຊຊະນະ ຈາກໄຊຊະນະນີ້ ກ້າວສູ່ໄຊຊະນະໃໝ່ ແລະ ເຕີບໃຫຍ່ເຂັ້ມແຂງ. ດ້ວຍແນວທາງອັນຖືກຕ້ອງຂອງພັກ, ຄວາມເດັດດ່ຽວຕໍ່ສູ້ບໍ່ຍອມຈຳນົນຂອງນັກຮົບປະຕິວັດ ແລະ ປະຊາຊົນລາວ ເຮັດໃຫ້ການປະຕິວັດເຮົາ ໄດ້ຮັບໄຊຊະນະແຕ່ລະບັ້ນຮົບເນື່ອງນິດລຽນຕິດຈົນສາມາດປົດປ່ອຍທົ່ວປະເທດຢ່າງສົມບູນ.

ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ - Visit Laos Visit SALANA BOUTIQUE HOTEL - ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ

ຕະຫລອດ 47 ປີແຫ່ງການສ້າງສາພັດທະນາປະເທດຊາດ, ພັກ-ລັດຖະບານໄດ້ເອົາໃຈໃສ່ພັດທະນາທຸກດ້ານມາໂດຍຕະຫລອດຕິດພັນກັບການຊຸກຍູ້ປະຊາຊົນບັນດາເຜົ່າເປັນເຈົ້າການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮັດໃຫ້ບ້ານເມືອງພັດທະນາແຕ່ໂຕເມືອງຫາຊົນນະບົດ. ພົ້ນເດັ່ນແມ່ນຖະໜົນຫົນທາງ, ພື້ນຖານໂຄງລ່າງໂຮງຮຽນ, ສຸກສາລາ, ໄຟຟ້າ, ລະບົບນ້ຳສະອາດຕ່າງໆຢູ່ເຂດຫ່າງໄກສອກຫລີກໄດ້ພັດທະນາດີຂຶ້ນ, ຄວາມທຸກຍາກໄດ້ຮັບການແກ້ໄຂນັບມື້ຫລຸດລົງເປັນກ້າວໆ. ສະເພາະເສດຖະກິດ ຄາດຄະເນໝົດປີນີ້ຈະຂະຫຍາຍຕົວໃນລະດັບ 4,5%; ການຜະລິດກະສິກຳກໍຂະຫຍາຍຕົວເປັນກ້າວໆ, ສາມາດຜະລິດເຂົ້າກິນພຽງພໍ, ກຸ້ມກິນ, ມີສ່ວນແຮໄວ້ ແລະ ຂາຍເປັນສິນຄ້າສົ່ງອອກນັບມື້ເພີ່ມຂຶ້ນ. ປີ 2022 ຂະແໜງກະສິກຳຂະຫຍາຍຕົວໃນລະດັບ 2,9% ໃນນັ້ນຜະລິດເຂົ້ານາແຊງໄດ້ 438.000 ໂຕນ, ເຂົ້ານາປີບັນລຸ 768.000 ກວ່າໂຕນ ແລະ ຍັງສາມາດຜະລິດສະບຽງອາຫານໄດ້ພຽງພໍກັບການບໍລິໂພກພາຍໃນ ແລະ ສາມາດສົ່ງອອກຈຳນວນໜຶ່ງ.

ວັນທີ 2 ທັນວາ ປີ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ທີ່ຍືດເຍື້ອຍາວນານເປັນພັນປີຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີສິດເສລີພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີສາກົນກໍຄືປະຊາຄົມໂລກ, ແມ່ນວັນແຫ່ງສັນຕິພາບ, ແມ່ນວັນແຫ່ງການກ້າວສູ່ຍຸກສະໄໝແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ.

ເພື່ອສືບທອດມູນເຊື້ອ 2 ທັນວາ 1975, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ສືບຕໍ່ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ເພີ່ມທະວີກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ, ເສີມຂະຫຍາຍຈິດໃຈຮັກຊາດຕິດພັນກັບຮັກລະບອບໃໝ່, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ອອກແຮງຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຢູ່ພາຍໃນຢ່າງສຸດຂີດສົມທົບ ກັບການປີດກວ້າງການພົວພັນຮ່ວມມືຈາກພາຍນອກເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດອັນແສນຮັກຂອງພວກເຮົາ ກ້າວຂຶ້ນຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ - 4 - ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!