ຜົນຂອງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໝົດປີ 2021
ວັນທີ 5 ທັນວາ 2022 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ລາຍງານຕໍ່ກອງປະຊຸມສະພາສະໄໝສາມັນເທື່ອທີ4 ຂອງສະພາແຫ່ງຊາດຊຸດທີ IX ຜົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໝົດປີ 2021 ວ່າ: ລາຍຮັບທັງໝົດປະຕິບັດໄດ້ 28.905,03ຕື້ກີບ ເທົ່າກັບ 10462% ຂອງແຜນໝົດປີ (ທຽບໃສ່ປີ2020 ເພີ່ມຂຶ້ນ26%=5.929,49 ຕື້ກີບ) ໃນນີ້: ສູນກາງປະຕິບັດໄດ້: 22.765,54ຕື້ກີບ ເທົ່າກັບ 103,38% ແລະ ທ້ອງຖິ່ນປະຕິບັດໄດ້: 6.139,49ຕື້ກີບ ເທົ່າກັບ 109,49% ໃນນີ້ມີຈຳນວນ ມີ 10 ແຂວງສານມາດປະຕິບັດໄດ້ເກີນແຜນ: ໄຊສົມບູນ 222,36ຕື້ກີບ, ນະຄອນຫລວງວຽງຈັນ 183ຕື້ກີບ, ອັດຕະປື 104,42ຕື້ກີບ, ຄຳມ່ວນ 82,02ຕື້ກີບ, ຫລວງພະບາງ 43,82ຕື້ກີບ, ສະຫວັນນະເຂດ 31,92ຕື້ກີບ, ເຊກອງ 24,32ຕື້ກີບ, ອຸດົມໄຊ 13,41ຕື້ກີບ, ຫົວພັນ 13,09ຕື້ກີບ, ບໍລິຄຳໄຊ 2,41ຕື້ກີບ.
ລາຍຈ່າຍທັງໝົດ 29.507,44ຕື້ກີບ ເທົ່າກັບ ຕື້ກີບ 93,43% ສາມາດຫລຸດຜ່ອນລາຍຈ່າຍໄດ້ 2.076,19 ຕື້ກີບ : ສູນກາງ 20.595,56ຕື້ກີບ ເທົ່າກັບ 91,54% (ຫລຸດຜ່ອນລາຍຈ່າຍໄດ້ 1.903,74ຕື້ກີບ ແລະ ທ້ອງຖິ່ນ 8.911,88ຕື້ກີບ ເທົ່າກັບ 98,10% ສາມາດຫລຸດຜ່ອນລາຍຈ່າຍໄດ້ 172,45ຕື້ກີບ.
ຂາດດຸນງົບປະມານ ຫລຸດລົງ ຈາກ3.955ຕື້ກີບ ເທົ່າກັບ 2,17% ຂອງ GDP ຕາມແຜນທີ່ສະພາແຫ່ງຊາດຮັັບຮອງເປັນ 602,41ຕື້ກີບ ເທົ່າກັບ 0,33% ຂອງ ມູນຄ່າGDP 184.928 ຕື້ກັບ.