ທ່ານ ທຣຳ ຍົກເລີກຄຳສັ່ງສະໄໝທ່ານ ໂອບາມາ ທີ່ຫ້າມຕຳຫລວດມີອາວຸດແບບທະຫານ

- 1503990872524 960x0 - ທ່ານ ທຣຳ ຍົກເລີກຄຳສັ່ງສະໄໝທ່ານ ໂອບາມາ ທີ່ຫ້າມຕຳຫລວດມີອາວຸດແບບທະຫານ
- kitchen vibe - ທ່ານ ທຣຳ ຍົກເລີກຄຳສັ່ງສະໄໝທ່ານ ໂອບາມາ ທີ່ຫ້າມຕຳຫລວດມີອາວຸດແບບທະຫານ

ປະທານາທິບໍດີ ​ໂດ​ນັນ ທຣຳ ຂອງ​ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ສະ​ໄໝ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ທີ່​ຫ້າມ​ຕຳຫລວດ​ມີ​ອາວຸດ​ແບບ​ທະຫານ​ນັບ​ແຕ່​ເກີດ​ເຫດ​ຕຳຫລວດ​ໃຊ້​ຄວາມ​ຮຸນ​ແຮງ​ກັບ​ຜູ້​ປະ​ທ້ວງ ຢູ່​ເມືອງ​ເຟີ​ກູ​ສັນ ລັດ​ມິ​ສຊູຣີ ​ໃນ​ປີ 2014 ກໍລະນີ​ຕຳຫລວດ​ຜິວ​ຂາວ​ຍິງ​ໄວ​ລຸ້ນຊາຍ​ຜິວ​ດຳ​ບໍ່​ມີ​ອາວຸດ​ເສຍ​ຊີວິດ.

ປະທານາທິບໍດີ ທຣຳ ອອກ​ຄຳ​ສັ່ງ​ຝ່າຍ​ບໍລິຫານ​ອະນຸຍາດ​ໃຫ້​ຕຳຫລວດ​ມີ​ໝວກ​ນິລະ​ໄພ ​ແລະ ລົດ​ກັນ​ກະສຸນ. ທ່ານ ​ເຈ​ຟ ​ເຊ​ສຊັນ ລັດຖະມົນຕີ​ຍຸຕິ​ທຳ ກ່າວ​ໃນ​ກອງ​ປະຊຸມ​ກັບ​ຕຳຫລວດ​ວ່າ: ຄຳ​ສັ່ງ​ຂອງ​ອະດີດ​ປະທານາທິບໍດີ ​ໂອ​ບາ​ມາ ຮຸນ​ແຮງ​ເກີນ​ໄປ. ຂະນະ​ທີ່​ຄຳ​ສັ່ງຂອງ​ປະທານາທິບໍດີ ທຣຳ ມີ​ຈຸດປະສົງ​ເພື່ອ​ເພີ່ມ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ ​ໂດຍ​ການ​ໃຫ້​ຕຳຫລວດ​ມີ​ອຸປະກອນ​ຊ່ວຍ​ຊີວິດ​ທີ່​ຈຳ​ເປັນ​ຕ້ອງ​ໃຊ້​ໃນ​ການ​ປະຕິບັດ​ໜ້າ​ທີ່. ຂະນະ​ດຽວ​ກັນຈະ​ເປັນ​ການ​ສົ່ງ​ສານ​ທີ່​ຈະ​ແຈ້ງວ່າ: ທາງ​ການຈະ​ບໍ່​ປ່ອຍ​ໃຫ້​ອາ​ຊະ​ຍາ​ກຳ, ຄວາມ​ຮຸນ​ແຮງ ​ແລະ ຄວາມ​ບໍ່​ຍຸຕິ​ທຳ​ເປັນ​ເລື່ອງ​ປົກກະຕິ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ທຣຳ ຍົກເລີກຄຳສັ່ງສະໄໝທ່ານ ໂອບາມາ ທີ່ຫ້າມຕຳຫລວດມີອາວຸດແບບທະຫານ

ຄຳ​ສັ່ງ​ຝ່າຍ​ບໍລິຫານ​ມີ​ຜົນ​ໃຫ້​ໜ່ວຍ​ງານ​ຕ່າງໆ​ຂອງ​ລັດຖະບານ​ຈະ​ຕ້ອງ​ນຳ​ໄປ​ປະຕິບັດ​ທັນທີ, ສ່ວນ​ກຸ່ມ​ສິດທິ ​ແລະ ສະມາຊິກ​ສະພາ​ພັກ​ລີ​ພັບ​ບລິ​ກັນບາງ​ທ່ານ​ວິຈານ​ຄຳ​ສັ່ງ​ນີ້​ວ່າ: ຈະ​ສະ​ເໜີ​ຮ່າງ​ກົດໝາຍ​ເຮັດ​ໃຫ້ການ​ປະຕິບັດ​ຄຳ​ສັ່ງ​ຝ່າຍ​ບໍລິຫານ​ມີ​ຄວາມ​ປອດ​ໃສ ​ເພື່ອ​ສະກັດ​ບໍ່​ໃຫ້​ໜ່ວຍ​ງານ​ບັງຄັບ​ໃຊ້​ກົດໝາຍ​ມີ​ອາວຸດ​ແບບ​ທະຫານ​ທີ່​ຍັງ​ຫ້າມ​ຕຳຫລວດ​ໃຊ້.

- 4 - ທ່ານ ທຣຳ ຍົກເລີກຄຳສັ່ງສະໄໝທ່ານ ໂອບາມາ ທີ່ຫ້າມຕຳຫລວດມີອາວຸດແບບທະຫານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!