ອີຣານ ສັ່ງປະຫານຊີວິດຜູ້ປະທ້ວງຄົນທຳອິດ ຂໍ້ຫາໃຊ້ມີດແທງເຈົ້າໜ້າທີ່-ປິດຖະໜົນ


ວັນທີ 8 ທັນວາ, ອີຣານໄດ້ລົງໂທດປະຫານຊີວິດຊາຍຄົນໜຶ່ງດ້ວຍວິທີການແຂວນຄໍ ຫລັງຖືກຕັດສິນວ່າມີຄວາມຜິດຂໍ້ຫາໃຊ້ມີດທຳຮ້າຍຮ່າງກາຍເຈົ້າໜ້າທີ່ຮັກສາຄວາມປອດໄພຂອງລັດ ແລະ ປິດຖະໜົນໃນນະຄອນຫລວງເຕຮາລານ ເຊິ່ງຖືເປັນຄັ້ງທຳອິດທີ່ອີຣານຕັດສິນໂທດປະຫານຊີວິດແກ່ຜູ້ທີ່ມາປະທ້ວງຕໍ່ຕ້ານລັດຖະບານເມື່ອບໍ່ດົນມານີ້.
ໂດຍກະແສການປະທ້ວງໄດ້ເກີດຂຶ້ນທົ່ວອີຣານ ຫລັງປະຊາຊົນຄຽດແຄ້ນຢ່າງໜັກຈາກກໍລະນີການເສຍຊີວິດຂອງນາງ ມາຊາ ອາມິນີ ຜູ້ຍິງສາວເຄີດອາຍຸ 22 ປີ ເມື່ອວັນທີ 16 ກັນຍາ ເຊິ່ງກ່ອນໜ້ານັ້ນ ນາງ ອາມິນີ ຖືກຕຳຫລວດສິນລະທຳຈັບກຸມເນື່ອງຈາກລະເມີດກົດໝາຍການໃສ່ຮິຢາບຄຸມເສັ້ນຜົມໃນບ່ອນສາທາລະນະ ກ່ອນຈະນຳໄປສູ່ການເສຍຊີວິດຢ່າງໜ້າສົງໄສ ໂດຍມີລາຍງານບາງແຫລ່ງທີ່ອ້າງວ່ານາງຖືກຕຳຫລວດສິນລະທຳທຳຮ້າຍຮ່າງກາຍກ່ອນຈະເຂົ້າຈັບກຸມ ເຊິ່ງຄ້ານກັບຖະແຫລງການຂອງຕຳຫລວດທີ່ລະບຸວ່າ ນາງເສຍຊີວິດເພາະຫົວໃຈລົ້ມເຫລວກະທັນຫັນ. ຂະນະທີ່ສັງຄົມອີຣານບໍ່ເຊື່ອໃນຄຳຊີ້ແຈງດັ່ງກ່າວ.
ຫລັງເກີດການປະທ້ວງ, ເຈົ້າໜ້າທີ່ໄດ້ເດີນໜ້າປາບປາມຜູ້ທີ່ມາຮ່ວມຊຸມນຸມຢ່າງຕໍ່ເນື່ອງ ແລະ ໃນວັນທີ 5 ທັນວາ ກອງກຳລັງຮັກສາປະຕິວັດ (Revolutionary Guards) ໄດ້ສະໜັບສະໜູນໃຫ້ສານອອກຄຳຕັດສິນຢ່າງວ່ອງໄວ ແລະ ເດັດຂາດຕໍ່ປະຊາຊົນທີ່ຖືກກ່າວຫາວ່າ: “ກໍ່ອາດຊະຍາກຳຕໍ່ຄວາມໝັ້ນຄົງຂອງປະເທດ ແລະ ສາສະໜາອິດສະລາມ”.
ສຳນັກຂ່າວ Tasnim ເປີດເຜີຍວ່າ: ຊາຍຄົນດັ່ງກ່າວມີຊື່ວ່າ ໂມເຊນ ເຊກາຣີ, ຂະນະທີ່ສື່ຂອງລັດຖະບານໄດ້ເຜີຍແພ່ວິດີໂອທີ່ ເຊກາຣີ ກຳລັງຍອມຮັບສາລະພາບຜິດວ່າ: ຕົນເອງໄດ້ໃຊ້ມີດແທງສະມາຊິກຂອງກຸ່ມນັກຮົບບາຊິ (Basij Militia) ໃນວັນທີ 23 ກັນຍາ ແລະ ໃຊ້ລົດຈັກມາຂວາງຖະໜົນ ໂດຍລາວປາກົດຕົວພ້ອມກັບຮອຍຊ້ຳຢູ່ແກ້ມເບື້ອງຂວາ, ຂະນະທີ່ກຸ່ມສິດທິມະນຸດລາຍງານວ່າ: ລາວຖືກທໍລະມານ ແລະ ບີບບັງຄັບໃຫ້ຍອມຮັບສາລະພາບ.
ສະຖານະການທີ່ເກີດຂຶ້ນໄດ້ຮຽກສຽງວິພາກວິຈານຢ່າງໜັກຈາກປະຊາຄົມໂລກ ໂດຍທ່ານ ເຈມ ເຄລເວີລີ ລັດຖະມົນຕີຕ່າງປະເທດອັງກິດ ກ່າວວ່າ: ທ່ານຮູ້ສຶກຄຽດແຄ້ນຕໍ່ຂ່າວການປະຫານຊີວິດໃນອີຣານ. ພ້ອມກ່າວວ່າ: “ໂລກບໍ່ຄວນເມີນເສີຍຕໍ່ຄວາມຮຸນແຮງທີ່ລັດຖະບານອີຣານກະທຳຕໍ່ປະຊາຊົນຂອງຕົນເອງໄດ້”.
ທ່ານ ອັນນາລີນາ ເບີຍບ໊ອກ ລັດຖະມົນຕີຕ່າງປະເທດຂອງເຢຍລະມັນ ກ່າວວ່າ: “ການດູຖູກຢຽດຢາມມະນຸດຂອງລັດຖະບານອີຣານໄຮ້ຂອບເຂດ, ແຕ່ການຂູ່ປະຫານຊີວິດຈະບໍ່ຂັດຂວາງເຈດຕະນາຂອງປະຊາຊົນທີ່ສະແຫວງຫາເສລີພາບ”.
ແອມເນສຕີ້ ອິນເຕີເນຊັນແນວ ລະບຸວ່າ: ທາງການອີຣານກຳລັງຮຽກຮ້ອງໃຫ້ມີການລົງໂທດປະຫານຊີວິດຕໍ່ຜູ້ກະທຳຄວາມຜິດອີກຢ່າງໜ້ອຍ 21 ຄົນ ເຊິ່ງແອມເນສຕີ້ເບິ່ງວ່າເປັນ “ການພິຈາລະນາຄະດີທີ່ຫລອກລວງ” ເຊິ່ງຫວັງຂົ່ມຂູ່ປະຊາຊົນທີ່ລຸກຮື້ໃນການປະທ້ວງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ.
ອ້າງອີງ:
https://www.reuters.com/…/iran-executes-protester…/