ແຂວງຈຳປາສັກ ມີມູນຄ່າການລົງທຶນຈາກຝຣັ່ງ 7 ລ້ານກວ່າໂດລາ ແລະ ໂຄງການຊ່ວຍເຫລືອ ມໍລະດົກໂລກວັດພູ 2020-2024 ມູນຄ່າ 5,5 ລ້ານຢູໂຣ


ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ລາຍງານ ເນື່ອງໃນໂອກາດຕ້ອນຮັບ ການພົບປະຢ້ຽມຢາມຂອງ ທ່ານນາງ ຊີບ ແລັງ ຊຸຍອອກ(Siv Leng CHHUOR), ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສ ຝຣັ່ງ ປະຈຳ ສປປ ລາວ ວັນທີ 14 ມີນາ 2022 ໃຫ້ຮູ້ວ່າ:
ໃນໄລຍະຜ່ານມາ ໂດຍສະເພາະຢູ່ແຂວງຈຳປາສັກ ລັດຖະບານຝຣັ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ສະເພາະ ການລົງທຶນ ແລະ ການຊ່ວຍເຫລືອຂອງ ຝຣັ່ງ ຢູ່ແຂວງຈໍາປາສັກ ມີ 8 ໂຄງການ ໃນຂົງເຂດກະສິກໍາ-ປ່າໄມ້ ແລະ ຂົງເຂດການຄ້າ-ການບໍລິການ ມູນຄ່າການລົງທຶນ 7 ລ້ານກວ່າໂດລາສະຫະລັດ ແລະ ມີ 1 ໂຄງການຊ່ວຍເຫລືອ ຂອງ AFD ທີ່ໃຫ້ການຊ່ວຍເຫລືອມໍລະດົກໂລກວັດພູຈຳປາສັກ ປີ 2020-2024 ມູນຄ່າ 5,5 ລ້ານຢູໂຣ.
ພ້ອມນີ້, ທ່ານເຈົ້າແຂວງຈໍາປາສັກ ຍັງໄດ້ສະເໜີແລກປ່ຽນການຊ່ວຍເຫລືອ ຈາກລັດຖະບານສາທາລະນະລັດຝຣັ່ງ ໂດຍຜ່ານທ່ານເອກອັກຄະລັດຖະທູດ ເພື່ອການພົວພັນຮ່ວມມື ກັບສາກົນ ໃນການດຶງດູດການລົງທຶນ, ການຊ່ວຍເຫລືອ ເຊິ່ງເປັນທ່າແຮງທີ່ສໍາຄັນ ໃນການບັນລຸເປົ້າໝາຍ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ໃນແຕ່ລະໄລຍະ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ການຍົກລະດັບຄວາມຮູ້ຄວາມສາມາດໃນການນຳໃຊ້ພາສາຝຣັ່ງ; ການຊຸກຍູ້ນັກລົງທຶນຈາກຝຣັ່ງ ໃຫ້ເຂົ້າມາລົງທຶນດ້ານການທ່ອງທ່ຽວ, ວັດທະນະທຳ ແລະ ການຂົນສົ່ງໂລຈິສຕິກ ຢູ່ແຂວງຈຳປາສັກໃຫ້ຫລາຍຂຶ້ນ.