ວິທີສ້າງສະພາບແວດລ້ອມທີ່ເປັນມິດໃນບ່ອນເຮັດວຽກ ເພື່ອສ້າງສຸຂະພາບຈິດທີ່ດີ
December 12, 2022 - 12:35 PM


ເຖິງວ່າເຮົາຈະເຮັດວຽກເກັ່ງປານໃດ ແຕ່ຖ້າຢູ່ໃນສັງຄົມທີ່ບັນຍາກາດໃນການເຮັດວຽກບໍ່ດີ ກໍສົ່ງຜົນກະທົບຕໍ່ຄວາມສຸກໄດ້, ເມື່ອບັັນຍາກາດການເຮັດວຽກພາໃຫ້ອຶດອັດ ຫລື ເຄັ່ງຄຽດເກີນໄປ ການເຮັດວຽກກໍຈະບໍ່ມີຄວາມສຸກ, ດັ່ງນັ້ນ ບໍ່ວ່າເຮົາຈະຢູ່ໃນອົງກອນນ້ອຍ ຫລື ໃຫຍ່, ສິ່ງທີ່ຫລີກລ່ຽງບໍ່ໄດ້ນັ້ນກໍຄືການປະຕິສໍາພັນກັບຄົນອື່ນທີ່ກ່ຽວຂ້ອງກັບບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບຈຶ່ງເປັນເລື່ອງສໍາຄັນທີ່ຄວນສ້າງສະພາບແວດລ້ອມທີ່ເປັນມິດໃນບ່ອນເຮັດວຽກ, ນອກຈາກຈະເປັນການສ້າງບັນຍາກາດດີໆແລ້ວຍັງສົ່ງຜົນດີຕໍ່ສະພາບຈິດໃຈຂອງເຮົາເອງ ແລະ ໝູ່ຮ່ວມງານອີກດ້ວຍ, ເຊິ່ງວິທີໃນການສ້າງສະພາບແວດລ້ອມທີ່ເປັນມິດໃນບ່ອນເຮັດວຽກທີ່ເຫັນຜົນຈາກນັກຂຽນ Jacqueline Whitmore ຈາກ Entrepreneur ມີດັ່ງນີ້:
- ມີທັດສະນະຄະຕິໃນທາງບວກ
- ປະຕິບັດກັບຄົນໃນບ່ອນເຮັດວຽກດ້ວຍຄວາມເຄົາລົບເຊິ່ງກັນ ແລະ ກັນ
- ກະຕືລືລົ້ນໃນການເປັນຜູ້ຟັງທີ່ດີ
- ມີຄວາມເຫັນອົກເຫັນໃຈຜູ້ອື່ນ
- ເຮັດວຽກແບບມີເປົ້າໝາຍດຽວກັນ
- ເວົ້າຂອບໃຈໃນໂອກາດທີ່ເໝາະສົມ