ແຕ່ປີ 1990 ຫາ ເດືອນກັນຍາ 2022 ສປປ ລາວ ມີຜູ້ຕິດເຊື້ອເຮສໄອວີ/ເອດ ທັງໝົດ 18.207 ຄົນ ແລະ ເສຍຊີວິດແລ້ວ 5.200 ຄົນ
December 13, 2022 - 1:12 PM


ອີງຕາມການລາຍງານຂອງສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ກະຊວງສາທາລະນະສຸກ ໃນກອງປະຊຸມຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການແຜ່ເຊື້ອເຮສໄອວີ/ເອດ HIV/AIDS ວັນທີ 13-15 ທັນວາ 2022 ໃຫ້ຮູ້ວ່າ: ຈຳນວນຜູ້ຕິດເຊື້ອ HIV/AIDS ໃນ ສປປ ລາວ ແຕ່ປີ 1990 ຫາ ເດືອນກັນຍາ 2022 ມີຜູ້ຕິດເຊື້ອທັງໝົດ 18.207 ຄົນ, ໃນນັ້ນຜູ້ທີ່ຍັງມີຊີວິດຢູ່ 13.007 ຄົນ ແລະ ເສຍຊີວິດແລ້ວ 5.200 ຄົນ.
ສຳລັບກຸ່ມເປົ້າໝາຍທີ່ຕິດເຊື້ອພະຍາດເອດຫລາຍ ກວ່າໝູ່ແມ່ນກຸ່ມຊາຍທີ່ມີເພດສຳພັນກັບຊາຍ ເຊິ່ງໜ້າເປັນຫ່ວງຫລາຍເພາະທ່າອ່ຽງຂອງຜູ້ຕິດເຊື້ອໃນກຸ່ມຄົນນີ້ໃນປັດຈຸບັນແມ່ນນັບມື້ເພີ່ມຂຶ້ນຫລາຍ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ, ຮອງລົງມາແມ່ນກຸ່ມສາວຂາຍບໍລິການທາງເພດ, ກຸ່ມຜູ້ໃຊ້ເຂັມສັກຢາເສບຕິດ ແລະ ກຸ່ມຜູ້ໃຊ້ບໍລິການທາງເພດ.