ຕາລີບັນຫ້າມຜູ້ຍິງເຮັດວຽກນຳ NGO ອ້າງເຫດຜົນ “ກົດການແຕ່ງກາຍ”

ກຸ່ມຕາລີບັນ ເຊິ່ງປົກຄອງອັບການິດສະຖານ ປະກາດຫ້າມຜູ້ຍິງທັງທີ່ເປັນຊາວອັບການິດສະຖານ ແລະ ຊາວຕ່າງປະເທດ ເປັນເຈົ້າໜ້າທີ່ຂອງອົງກອນອິດສະຫລະ ເຊິ່ງມີສຳນັກງານຢູ່ໃນປະເທດ ໂດຍໃຫ້ເຫດຜົນກ່ຽວກັບ “ເງື່ອນໄຂການແຕ່ງກາຍ”.
ວັນທີ 25 ທັນວາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດຂອງອັບການິດສະຖານອອກຖະແຫລງການ ໃນວັນທີ 24 ທັນວາວ່າ: ຕໍ່ຈາກນີ້ເປັນຕົ້ນໄປ ເຈົ້າໜ້າທີ່ໃນສັງກັດອົງກອນອິດສະຫລະ (NGO) ລະຫວ່າງປະເທດທຸກແຫ່ງ ເຊິ່ງມີສຳນັກງານຢູ່ໃນອັບການິດສະຖານ “ຕ້ອງເປັນຜູ້ຊາຍເທົ່ານັ້ນ” ບໍ່ວ່າຈະເປັນບຸກຄະລາກອນຊາວອັບການິດສະຖານ ຫລື ຊາວຕ່າງປະເທດ.
ມາດຕະການດັ່ງກ່າວ “ມີຜົນບັງຄັບໃຊ້ຢ່າງບໍ່ມີກຳນົດ” ໂດຍລັດຖະບານຕາລີບັນໃຫ້ເຫດຜົນວ່າ: ເນື່ອງຈາກເຈົ້າໜ້າທີ່ ແລະ ອົງກອນຕົ້ນສັງກັດ “ສ່ວນຫລາຍ” ປະຕິເສດປະຕິບັດຕາມກົດລະບຽບການແຕ່ງກາຍ “ຕາມຫລັກສາສະໜາ” ໜ່ວຍງານທີ່ຝ່າຝືນຈະຖືກຖອນໃບອະນຸຍາດ.
ຂະນະທີ່ທ່ານ ຣາມິດ ອາລັກບາຣອບ ຮອງຜູ້ແທນພິເສດດ້ານການປະສານງານກິດຈະການມະນຸດສະທຳຂອງສະຫະປະຊາຊາດ (UN) ປະຈຳອັບການິດສະຖານ ກ່າວວ່າ: ເຖິງວ່າໜ່ວຍງານທຸກແຫ່ງຂອງສະຫະປະຊາຊາດ “ຍັງບໍ່ໄດ້ຮັບຜົນກະທົບ” ຈາກມາດຕະການນີ້, ແຕ່ການດຳເນີນງານດ້ານມະນຸດສະທຳຂອງໜ່ວຍງານລະຫວ່າງປະເທດທຸກແຫ່ງໃນອັບການິດສະຖານ ຈະໄດ້ຮັບຜົນກະທົບໂດຍກົງ.
ເຖິງຢ່າງໃດກໍຕາມ, UN ຈະຫາລືຮ່ວມກັບ NGO ທຸກແຫ່ງໃນອັບການິດສະຖານ ກ່ອນຫາລືກັບລັດຖະບານຕາລີບັນໃນລຳດັບຕໍ່ໄປ. ສ່ວນທ່ານ ແອນໂທນີ ບລິງເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ກ່າວວ່າ: ລັດຖະບານວໍຊິງຕັນ “ມີຄວາມກັງວົນໃນລະດັບສູງ” ເນື່ອງຈາກເຈົ້າໜ້າທີ່ບັນເທົາທຸກໃນອັບການິດສະຖານສ່ວນຫລາຍເປັນຜູ້ຍິງ ແລະ ຈະຮ່ວມແລກປ່ຽນຄວາມຄິດເຫັນກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຫາທາງອອກຕໍ່ໄປ.
ການເຄື່ອນໄຫວດັ່ງກ່າວຂອງລັດຖະບານຕາລີບັນເກີດຂຶ້ນພຽງບໍ່ເທົ່າໃດວັນ ຫລັງກະຊວງອຸດົມສຶກສາຂອງອັບການິດສະຖານ ຫ້າມສະຖາບັນອຸດົມສຶກສາທຸກແຫ່ງໃນປະເທດ ບໍ່ວ່າຈະເປັນຂອງລັດ ຫລື ເອກະຊົນ ໂຈະການຈັດການຮຽນການສອນສຳລັບນັກສຶກສາຍິງ “ທັນທີ ແລະ ຢ່າງບໍ່ມີກຳນົດ” ໂດຍໃຫ້ເຫດຜົນດຽວກັນ ວ່ານັກສຶກສາຍິງສ່ວນຫລາຍປະຕິເສດການໃສ່ຮິຍາບ.
ທັງນີ້, ນັບແຕ່ກັບຄືນສູ່ອຳນາດເປັນຄັ້ງທຳອິດໃນຮອບ 2 ທົດສະວັດ ໃນເດືອນສິງຫາ 2022 ການປົກຄອງຂອງກຸ່ມຕາລີບັນໃນອັບການິດສະຖານເກືອບບໍ່ໄດ້ຮັບການຍອມຮັບຢ່າງເປັນທາງການຈາກປະຊາຄົມໂລກ ເຊິ່ງຢືນຢັນວ່າ: ໜຶ່ງໃນເງື່ອນໄຂສຳຄັນ ຄືກໍລະນີລັດຖະບານຕາລີບັນຕ້ອງຮັກສາ ແລະ ຍົກລະດັບສິນທິດຂອງເດັກຍິງ ແລະ ຜູ້ຍິງໃນອັບການິດສະຖານ.