ຈະລາຈອນແຂວງຄຳມ່ວນ ກຽມຄວາມພ້ອມຮັບໃຊ້ສັງຄົມໃນໄລຍະປີໃໝ່ສາກົນ 2023


ວັນທີ 30 ທັນວາ 2022 ທີ່ຜ່ານມາ, ຈະລາຈອນແຂວງຄຳມ່ວນ ກຽມຄວາມພ້ອມຮັບໃຊ້ສັງຄົມໃນໄລຍະປີໃໝ່ສາກົນ 2023 ຕາມການໃຫ້ສຳພາດຂອງ ທ່ານ ພັທ ບຸນອ້ອມ ພົມມະຈັນ ຫົວໜ້າພະແນກຕໍາຫລວດຈະລະຈອນ ແຂວງຄຳມ່ວນໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງໃນ ກ່ຽວກັບມາດຕະການຮອງຮັບເຫດການທີ່ຈະເກີດຂື້ນໃນຊ່ວງໄລຍະບຸນປີໃໝ່ສາກົນນີ້ : ໂດຍອີງຕາມທິດຊີ້ນຳຂອງກົມ ຕຳຫລວດຈະລາຈອນກໍຄືແຜນປ້ອງກັນການສະເຫລີມສະຫລອງປີໃໝ່ຂອງກອງບັນຊາການ ປກສ ແຂວງຄຳມ່ວນ ທາງພະແນກຈະລະຈອນພວກເຮົາ ແມ່ນໄດ້ສ້າງແຜນເພື່ອກະກຽມ ແລະ ຮອງຮັບເຫດການທີ່ຈະເກີດຂື້ນໃນຊ່ວງໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ໂດຍໄດ້ບັນຈຸກຳລັງເຂົ້າປະຈຳການ ອອກເປັນ 4 ຈຸ ຄື : ຈຸທີ 1 ແມ່ນເຮັດໜ້າທີ່ປະຈຳການຄອຍເຫດ ກຽມພ້ອມເຮັດໜ້າທີ່ 24 ຊົ່ວໂມງ ແລະ 3 ຈຸ ແມ່ນເຮັດໜ້າທີ່ເຄື່ອນໄຫວວິຊາສະເພາະໂດຍສະເພາະຕັ້ງຈຸດກວດກາ – ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງຫລວງແຫ່ງຊາດ ແລະ ເສັ້ນທາງພາຍໃນເທສະບານເມືອງທ່າແຂກ ທັງກາງເວັນ ແລະ ກາງຄືນຢ່າງເຂັ້ມງວດ, ຈຸດປະສົງໃນການຕັ້ງຈຸດເພື່ອແນໃສ່ກວດການັກຂັບຂີ່ຜູ້ທີ່ບໍ່ທັນຈັດຕັ້ງປະຕິບັດຕໍ່ກົດຈະລາຈອນ ທັງເພື່ອແນໃສ່ກວດກາການຂັບຂີ່ໂດຍສະເພາະດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ແລ່ນລົດໄວເປັນຕົ້ນ, ໃນມາດຕະການພວກເຮົາອັນໜຶ່ງເພື່ອອຳນວຍຄວາມສະດວກ ແລະ ໃຫ້ການແນະນຳຕັກເຕືອນ ສຶກສາອົບຮົມ ຖ້າພົບບັນຫາ ຫລື ການກະທຳຜິດຮ້າຍແຮງ ກໍຈະໄດ້ດຳເນີນຕາມຂັ້ນຕອນ ປະຕິບັດຕາມລະບຽບກົດໝາຍ. ໃນແຜນປ້ອງກັນແມ່ນໄດ້ກຳນົດເອົາ 7 ວັນເຝົ້າລະວັງຄອຍເຫດ ເລີ່ມແຕ່ວັນທີ 28 ທັນວາ 2022 – 3 ມັງກອນ 2023 ແລະ 3 ວັນປ້ອງກັນຄວາມປອດໄພ ເລີ່ມແຕ່ວັນທີ 30 ທັນວາ 2022 – 1 ມັງກອນ 2023.
ສຳລັບຊ່ວງໄລຍະສະເຫລີມສະຫລອງປີໃໝ່ສາກົນ 2022 ຜ່ານມາ ໄດ້ມີເຫດການເກີດຂຶ້ນຫລາຍເຫດການ ແຕ່ໃນນັ້ນແມ່ນປະກົດການຫຍໍ້ທໍ້ທາງຖະໜົນ ເຊິ່ງມີອຸບັດເຫດເກີດຂື້ນທັງໝົດ 6 ຄັ້ງ, ຄົນໄດ້ຮັບບາດເຈັບ 10 ຄົນ, ເສຍຊີວິດ 3 ຄົນ, ພາຫະນະເປ່ເພທັງໝົດ 16 ຄັນ, ໃຊ້ການບໍ່ໄດ້ 6 ຄັນ.