ຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວວຽກເປົ້າມາຍ 7 ກຸ່ມວຽກໃຫຍ່ 26 ແຜນງານ ໃຫ້ສຳເລັດ


ວັນທີ 26 ທັນວາ 2022 ຜ່ານມານີ້ ລັດວິສາຫະກິດໄຟຟ້າລາວປະກາດການແຕ່ງຕັ້ງ-ສັບຊ້ອນພະນັກງານນໍາພາຂັ້ນຄະນະຝ່າຍທີ່ຂຶ້ນກັບລັດວິສາຫະກິດໄຟຟ້າລາວ ໂດຍການເຂົ້າຮ່ວມຂອງ ຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫ່ຍລັດວິສາຫະກິດໄຟຟ້າລາວ, ມີຄະນະປະຕິຮູບ.
ຂໍ້ຕົກລົງຂອງຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວໄດ້ເຫັນດີແຕ່ງຕັ້ງ-ສັບຊ້ອນພະນັກງານນໍາພາຂັ້ນຄະນະຝ່າຍ ແລະ ຫ້ອງການໄຟຟ້າລາວຄື: ແຕ່ງຕັ້ງຫົວໜ້າຫ້ອງການໄຟຟ້າລາວ, ຮອງຫົວໜ້າຫ້ອງການໄຟຟ້າລາວ ຈໍານວນ 4 ທ່ານ, ຝ່າຍກວດກາ ຈໍານວນ 3 ທ່ານ, , ຝ່າຍບຸກຄະລາກອນ ຈໍານວນ 2 ທ່ານ, ຝ່າຍກົດໝາຍ-ສັນຍາ ຈໍານວນ 2 ທ່ານ, ຝ່າຍບັນຊີ ຈໍານວນ 2 ທ່ານ, ຝ່າຍທຸລະກິດ ແລະ ການເງິນ ຈໍານວນ 3 ທ່ານ, ຝ່າຍເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ຈໍານວນ 2 ທ່ານ, ຝ່າຍວາງແຜນ ແລະ ບັນຊາລະບົບໄຟຟ້າ ຈໍານວນ 3 ທ່ານ, ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ຈໍານວນ 4 ທ່ານ, ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ຈໍານວນ 4 ທ່ານ, ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ ຈໍານວນ 4 ທ່ານ ແລະ ແລະ ສະຖາບັນໄຟຟ້າລາວ ຈໍານວນ 5 ທ່ານ.
ຕະຫຼອດໄລຍະຜ່ານມາ ໄຟຟ້າລາວ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າຕາມການມອບໝາຍກໍຄືນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ຈົນສາມາດຍາດໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນ: ການສະໜອງໄຟໃຫ້ປະຊາຊົນ (ຄົວເຮືອນ) ໄດ້ເຂົ້າເຖິງການຊົມໃຊ້ໄຟຟ້າຖາວອນສູງເຖິງ 95% ຂອງທັງໝົດໃນທົ່ວປະເທດທີ່ສໍາຄັນແມ່ນການຮັບປະກັນການສະໜອງໄຟໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ.
ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ເຫັນໄດ້ວຽກທີ່ຄະນະປະຕິຮູບໄຟຟ້າລາວຕ້ອງໄດ້ພິຈາລະນາ ແລະ ກໍານົດເປັນແຜນປະຕິຮູບເປັນຕົ້ນ: ການປັບປຸງກົງຈັກ ແລະ ຫຼຸດລາຍຈ່າຍບໍລິຫານ,ການປັບປຸງໂຄງສ້າງລາຄາຈໍາໜ່າຍໄຟຟ້າພາຍໃນປະເທດ, ວຽກງານເຈລະຈາກັບບັນດາແຫຼ່ງຜະລິດ, ການເຈລະຈາປະນອມໜີ້ກັບເຈົ້າໜີ້ເງິນກູ້ (ທະນາຄານ), ຄຽງຄູ່ກັນນັ້ນ, ຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວຍັງໄດ້ຄົ້ນຄວ້າແຜນປະຕິຮູບໃນໄລຍະເລັ່ງດ່ວນໂດຍປະກອບມີ 7 ກຸ່ມວຽກໃຫຍ່ 26 ແຜນງານ (ຕາມການຊີ້ນໍາຂອງກອງປະຊຸມກົມການເມືອງ ແລະ ກອງປະຊຸມນາຍົກ-ຮອງນາຍົກ ລັດຖະມົນຕີ) ທັງນີ້, ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານຂອງລັດວິສາຫະກິດໄຟຟ້າລາວໄດ້ຮັບການປັບປຸງໃຫ້ມີບາດກ້າວໃໝ່ ແລະ ພ້ອມກັນຜັນຂະຫຍາຍແຜນປະຕິຮູບໃຫ້ເປັນຮູບປະທໍາ.