ຫ້ອງການກະຊວງແຮງງານ ປະກາດຮັບແຮງງານລາວເມືອງນາຊາຍທອງ ຈໍານວນ 100 ຄົນໄປເຮັດວຽກຢູ່ ສ.ເກົາຫລີ ຕາມລະດູການ


ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ອອກແຈ້ງການເລກທີ 0003 ລົງວັນທີ 3 ມັງກອນ 2023 ວ່າ: ເມືອງເມຍຢາງ ໄດ້ສະແດງເຈດຈໍານົງໃນການນໍາໃຊ້ແຮງງານເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ ຈໍານວນ 100 ຄົນ, ຍິງ 100 ຄົນ ເພື່ອໄປເຮັດວຽກຕາມລະດູການ ຢູ່ເມືອງດັ່ງກ່າວໃນເດືອນ ມັງກອນ ແລະ ກຸມພາ 2023. ສະນັ້ນ, ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ຫ້ອງການ ກະຊວງ ຮສສ ແຈ້ງມາຍັງທ່ານເພື່ອປະກາດຮັບສະໝັກ ແລະ ຂຶ້ນທະບຽນ ແຮງງານຈໍານວນ 120 ຄົນ, ຍິງ 120 ຄົນ ໃນໄລຍະວັນທີ 4-5 ມັງກອນ 2023. ພາຍຫລັງຂຶ້ນທະບຽນສໍາເລັດແລ້ວ, ກົມການຈັດຫາງານ ພ້ອມດ້ວຍຄະນະຈະດໍາເນີນການສໍາພາດຄັດເລືອກເອົາແຮງງານຜູ້ທີ່ຄົບຕາມເງື່ອນໄຂຂອງນາຍຈ້າງ ປະເທດ ສ.ເກົາຫລີ ຈໍານວນ 100 ຄົນ, ຍິງ 100 ຄົນ ໃນລະຫວ່າງວັນທີ 6-7 ມັງກອນ 2023.


ສະນັ້ນ ເພື່ອເຮັດໃຫ້ຂະບວນການຮັບສະໝັກ ແລະ ຄັດເລືອກເອົາແຮງງານມີຄວາມສະດວກ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້, ຫ້ອງການ ກະຊວງ ຮສສ ຂໍແຈ້ງມາຍັງທ່ານ ເພື່ອແຈ້ງການຫາຫ້ອງການ ຮສສ ເມືອງ ນາຊາຍທອງ ເພື່ອແຈ້ງໃຫ້ແຮງງານຜູ້ທີ່ມີຄວາມສົນໃຈ ແລະ ເງື່ອນໄຂຄົບຖ້ວນຈາກບ້ານຕ່າງໆພາຍໃນເມືອງ ນາຊາຍທອງ ເພື່ອເຂົ້າຮ່ວມການສະໝັກ, ຂຶ້ນທະບຽນ ແລະ ສໍາພາກຄັດເລືອກ ໃນວັນເວລາທີ່ໄດ້ລະບຸໄວ້ຂ້າງເທິງນັ້ນ. ສໍາລັບແບບຟອມການສະໝັກກົມການຈັດຫາງານຈະກະກຽມໄປແຈກຈ່າຍໃນມື້ລົງທະບຽນ ແລະ ຂໍໃຫ້ພະແນກ ຮສສ ນະຄອນຫລວງວຽງຈັນ, ຫ້ອງການ ຮສສ ເມືອງ ນາຊາຍທອງ ແລະ ການປົກຄອງຂັ້ນບ້ານ ໃຫ້ຄວາມຮ່ວມມືໃນການສະກັດກັ້ນບໍ່ໃຫ້ມີນາຍໜ້າເຂົ້າມາມີສ່ວນຮ່ວມໃນຂະບວນການຄັດເລືອກແຮງງານຄັ້ງນີ້ຢ່າງເດັດຂາດ. ສໍາລັບຄ່າລົງທະບຽນ, ສະໝັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.
ສ່ວນເງື່ອນໄຂການສະໝັກແມ່ນເປັນພົນເມືອງລາວ ແລະ ອາໄສຢູ່ເມືອງ ນາຊາຍທອງຢ່າງຫນ້ອຍ 1 ປີ; ເປັນເພດຍິງ ອາຍຸ 25-50 ປີ; (ບໍ່ຢູ່ໃນໄລຍະຖືພາ ແລະ ມີລູກນ້ອຍຕໍ່າກວ່າ 1 ປີ); ລວງສູງ 150 ເຊັນຕິແມັດຂຶ້ນໄປ; ໄດ້ຮັບວັກຊີນຄົບໂດສ 2 ເຂັມຂຶ້ນໄປ; ມີສຸຂະພາບແຂງແຮງ, ບໍ່ເປັນໂລກຕ້ອງຫ້າມ ເປັນຕົ້ນ: ໄວຣັດຕັບບີ, ພະຍາດຕິດຕໍ່ (ວັນນະໂລກ, ໂຄວິດ-19, ປອດແຫ້ງ) ແລະ ພະຍາດຕິດຕໍ່ທາງເພດສໍາພັນ (ຊີຟີລິສ, ຜູ້ທີ່ໃຊ້ຢາເສບຕິດ; ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫລີ ຫລື ບໍ່ຖືກຈໍາກັດການເດີນທາງອອກນອກປະເທດ; ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປສາມາດອ່ານ, ຂຽນ ພາສາລາວໄດ້; ສາມາດຊໍາລະຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ; ຕ້ອງມີໂທລະສັບສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫລີ.


ສຳລັບເອກະສານປະກອບໃນເວລາລົງທະບຽນ ໃຫ້ແຮງງານຖືເອກະສານເປັນມາພ້ອມຄື: ຮູບຂະໜາດ 3×4 ພື້ນຂາວ ຈໍານວນ 1 ໃບ;ຮູບຂະໜາດ 3.5×4.5 ພື້ນຂາວ ຈໍານວນ 1 ໃບ; ກອບປີ້ ສໍາມະໂນຄົວ 1 ສະບັບ; ກອບປີ້ບັດປະຈໍາຕົວ 1 ສະບັບ; ກອບປີ້ພາດສປອດ 1 ສະບັບ (ຖ້າບໍ່ມີໃຫ້ໄປດໍາເນີນການ ພາຍຫລັງທີ່ໄດ້ຮັບການຄັດເລືອກ); 6. ໃບຢັ້ງຢືນທີ່ຢູ່ຈາກນາຍບ້ານທີ່ຕົນເອງອາໄສຢູ່.
❖ ໝາຍເຫດ: ເນື່ອງຈາກເວລາໃນການຮັບສະໝັກ, ສໍາພາດ ແລະ ຄັດເລືອກສັ້ນ, ແຮງງານຜູ້ທີ່ຄົບເງື່ອນໄຂ ແລະ ມີພາດສປອດຈະໄດ້ຮັບການພິຈາລະນາພິເສດ; ເວລາ ເປີດຮັບສະໝັກ ຕອນເຊົ້າ 08:00–11:30 ຕອນບ່າຍ 13:30–16:00; ສະຖານທີ່ສະໂມສອນ ຫ້ອງການປົກຄອງເມືອງ ນາຊາຍທອງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.