ສີລັງກາ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 7 ແສນຄົນ ໃນປີ 2022 ຜ່ານມາ

ສີລັງກາ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 7 ແສນຄົນ ໃນປີ 2022 ຜ່ານມາ - 323424042 713219033518838 6570457921366329451 n - ສີລັງກາ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 7 ແສນຄົນ ໃນປີ 2022 ຜ່ານມາ
ສີລັງກາ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 7 ແສນຄົນ ໃນປີ 2022 ຜ່ານມາ - kitchen vibe - ສີລັງກາ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 7 ແສນຄົນ ໃນປີ 2022 ຜ່ານມາ
ສຳນັກຂ່າວຕ່າງປະເທດລາຍງານວ່າ:  ກົມອຸດສາຫະກຳການທ່ອງທ່ຽວຂອງສີລັງກາໄດ້ເປີດເຜີຍວ່າ: ໃນປີ 2022 ຜ່ານມາ, ຈຳນວນນັກທ່ອງທ່ຽວຕ່າງປະເທດເດີນທາງມາສີລັງກາ ສູງເຖິງ 719.978 ຄົນ ເຖິງແມ່ນວ່າສີລັງກາຈະປະເຊີນກັບວິກິດເສດຖະກິດ ແລະ ການເມືອງ ໂດຍຈຳນວນນັກທ່ອງທ່ຽວຕ່າງປະເທດ ເຂົ້າມາໃນໄລຍະເດືອນທັນວາ 2022 ຢູ່ທີ່ 91.961 ຄົນ ຊຶ່ງຖືວ່າເປັນສະຖິຕິໂຕເລກລາຍເດືອນສູງທີ່ສຸດອັນດັບທີ 3 ໃນປີ 2022.
ກົມອຸດສາຫະກຳການທ່ອງທ່ຽວຂອງສີລັງກາເປີດເຜີຍວ່າ ກະຊວງການທ່ອງທ່ຽວຂອງສີລັງກາຄາດຫວັງວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວຢ່າງໜ້ອຍ 800.000 ຄົນ ຫຼັງຈາກມີການດຳເນີນຫຼາຍໂຄງການລິເລີ່ມ ແລະ ປະຊາສຳພັນການທ່ອງທ່ຽວໃນຕະຫຼາດນັກທ່ອງທ່ຽວກຸ່ມເປົ້າໝາຍໃນໄຕມາດທີ 4 ຂອງປີ 2022. ໂດຍອີງຕາມຂໍ້ມູນຈາກອົງການພັດທະນາການທ່ອງທ່ຽວສີລັງກາລະບຸວ່າ ອິນເດຍກວມອັດຕາສ່ວນ 17% ຂອງຈຳນວນນັກທ່ອງທ່ຽວຕ່າງປະເທດຂາເຂົ້າໃນປີ 2022, ຮອງລົງມາແມ່ນຣັດເຊຍຄິດເປັນ 13% ແລະ ອັງກິດ 12%, ຂະນະດຽວກັນ, ອຸດສາຫະກຳການທ່ອງທ່ຽວສີລັງກາຫວັງວ່າ ຈີນຈະກັບມາເປັນໜຶ່ງໃນຕະຫຼາດນັກທ່ອງທ່ຽວແຫ່ງສຳຄັນຂອງສີລັງກາໃນປີນີ້.
ສີລັງກາ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 7 ແສນຄົນ ໃນປີ 2022 ຜ່ານມາ - 4 - ສີລັງກາ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 7 ແສນຄົນ ໃນປີ 2022 ຜ່ານມາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!