ຊາຍໜຸ່ມ 3 ຄົນ ມົ້ວສຸມດື່ມເຟມ່ວນປະສົມສານເສບຕິດ ຖືກ ປກສ ເມືອງ ວຽງທອງ ກັກຕົວມາສຶກສາອົບຮົມ


ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ພະແນກຕໍາຫລວດ, ປກສ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ໄດ້ສຶກສາອົບຮົມກ່າວເຕືອນກຸ່ມໄວໜຸ່ມມົ້ວສຸມເສບຢາເສບຕິດປະເພດ ກາເຟ ຈໍານວນ 3 ຄົນ, ໃນວັນທີ 6 ມັງກອນ 2023 ນີ້.
ປກສ ເມືອງ ວຽງທອງ ໃຫ້ຮູ້ວ່າ: ຄໍ່າຄືນຕອນເຊົ້າຂອງວັນທີ 5 ມັງກອນ 2023. ໄດ້ຮັບແຫລ່ງຂ່າວຈາກພົນລະເມືອງດີວ່າມີກຸ່ມຄົນຈໍານວນໜຶ່ງມົ້ວສຸມເສບຢາເສບຕິດປະເພດກາເຟ ແລະ ເປີດສຽງເພັງດັງເກີນກໍານົດເວລາ ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ໜ່ວຍປະຈໍາການ ແລະ ປກສ ກຸ່ມຜາທອງ ລົງເຄື່ອນໄຫວກວດກາຕິດຕາມເປົ້າໝາຍ, ພໍຮອດເວລາ 4:30 ໂມງ ເຊົ້າວັນທີ 5 ມັງກອນ 2023 ໄດ້ພົບເຫັນກຸ່ມມົ້ວສຸມເສບຢາເສບຕິດປະເພດກາເຟ ແລະ ເປີດເພັງດັງເກີນກໍານົດຢູ່ທີ່ເຮືອນຫລັງໜຶ່ງຄຸ້ມຜາທອງ ບ້ານນໍ້າຢ້າງ ເມືອງວຽງທອງ ແຂວງ ບໍລິຄໍາໄຊ. ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວກຸ່ມໄວໜຸ່ມຊາຍມົ້ວສຸມໄດ້ທັງໝົດ 3 ຄົນຄື: ທ້າວ ຄໍາຜຸຍ ພົມມີໄຊ ອາຍຸ 25 ປີ ອາຊີບ ຄ້າຂາຍ, ທ້າວ ອ່ອນແກ້ວ ອິນທະວີ ອາຍຸ 25 ປີ, ອາຊີບເຮັດນາ ແລະ ທ້າວ ບົວພອນ ຄໍາຫລ້າ ອາຍຸ 28 ປີ, ອາຊີບເຮັດນາ. ເຊິ່ງທັງ 3 ຄົນຢູ່ບ້ານ ນໍ້າຢ້າງ, ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ພ້ອມກັບນໍ້າກາເຟປະສົມສານເສບຕິດທີ່ບັນຈຸຢູ່ໃນກະຕຸກນໍ້າດື່ມນ້ອຍ ປະມານ 100 ມິນລີລິດ ມາສືບສວນ-ສອບສວນຕາມກົດໝາຍ.
ພວກກ່ຽວໄດ້ຮັບສາລະພາບວ່າ: ເວລາ 18:30 ໂມງ ຂອງວັນທີ 4 ມັງກອນ 2023 ໄດ້ພາກັນໄປຮ່ວມງານດອງຢູ່ບ້ານ ທ່າແພ, ເມືອງ ວຽງທອງ ຈົນຮອດເວລາ 1:30 ໂມງ ຂອງວັນທີ 5 ມັງກອນ 2023 ໄດ້ພາກັນກັບມາກິນເບຍຕໍ່ຢູ່ເຮືອນຂອງທ້າວຜຸຍ ທີ່ບັານ ນໍ້າຢ້າງ ແລະ ໄດ້ຮ່ວມກັນດື່ມກາເຟປະສົມສານເສບຕິດ ທີ່ຊົງໃສ່ກະຕຸກນໍ້າດື່ມນ້ອຍປະລິມານປະມານ 150 ມິນລີລິດ ທີ່ວາງໄວ້ໜ້າໂຕະແຕ່ບໍ່ຮູ້ວ່າໃຜເອົາມາ, ໂດຍໄດ້ດື່ມຄົນລະ 1-2 ຝານໍ້າດື່ມຕຸກນ້ອຍ ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ.
ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ພະແນກຕໍາຫລວດ, ປກສ ເມືອງ ວຽງທອງ ໄດ້ນໍາຕົວພວກກ່ຽວ 3 ຄົນມາສຶກສາອົບຮົມກ່າວເຕືອນພ້ອມທັງນໍາເອົາກົດໝາຍວ່າດ້ວຍຢາເສບຕິດມາເຜີຍແຜ່ໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທຸກປະເພດໂດຍສະເພາະແມ່ນກາເຟປະສົມສານເສບຕິດ ເມື່ອດື່ມເຂົ້າສູ່ຮ່າງກາຍຈະເກີດຜົນກະທົບໂດຍກົງຕໍ່ລະບົບປະສາດ, ເຮັດໃຫ້ເກີດອາການມ່ວນຊື່ນຜິດປົກກະຕິ, ເກີດພາບຫລອນ ແລະ ເກີດຈິນຕະນາການໄປຕ່າງໆນາໆ, ຖ້າດື່ມເຂົ້າສູ່ຮ່າງກາຍໃນປະລິມາຫລາຍເກີນກໍານົດກໍ່ຈະເກີດຜົນກະທົບຕໍ່ລະບົບປະສາດ ແລະ ຫົວໃຈຢ່າງຮຸນແຮງອາດຈະພາໃຫ້ເກີດອາການຊັອກ, ເສຍສະຕິ ແລະ ເສຍຊີວິດໄດ້.
ດັ່ງນັ້ນເຈົ້າໜ້າທີ່ຈຶ່ງຮຽກຮ້ອງໃຫ້ພວກກ່ຽວຈົ່ງພາກັນຢຸດເຊົາ ແລະ ບໍ່ໄປພົວພັນກັບສິ່ງເສບຕິດທຸກຊະນິດອີກ, ພ້ອມກັນເອົາໃຈໃສ່ປະກອບອາຊີບສ້າງສາພັດທະນາຕົນເອງ ແລະ ຄອບຄົວໃຫ້ຮັ່ງມີເຂັ້ມແຂງຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ, ສ່ວນທີ່ມາຂອງກາເຟປະສົມສານເສບຕິດດັ່ງກ່າວທາງເຈົ້າໜ້າທີ່ຈະສືບຕໍ່ຂະຫຍາຍຜົນເພື່ອຕິດຕາມກັກຕົວຜູ້ກະທໍາຜິດມາດໍາເນີນຄະດີຕາມກົດໝາຍຕື່ມອີກ.