ບໍ່ແກ້ວກຽມພັດທະນາແຫລ່ງທ່ອງທ່ຽວພູໄຊຫົວຂອງບຣາຣະມີ


ເມື່ອບໍ່ດົນມານີ້, ທ່ານ ຄຳ ພັນ ເຜີຍຍະວົງ ເຈົ້າແຂວງບໍ່ ແກ້ວ ໄດ້ເປັນປະທານກອງປະ ຊຸມປຶກສາຫາລືກ່ຽວກັບໂຄງ ການສຳຫລວດ-ອອກແບບ ການກໍ່ສ້າງພະເຈົ້າໃຫຍ່ ແລະ ຈຸດຊົມວິວໃຫ້ເປັນແຫລ່ງທ່ອງ ທ່ຽວວັດທະນະທຳ ຢູ່ເຂດພູໄຊ ຫົວຂອງບຣາຣະມີ (ພູ 106) ເທດສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນມູນຄ່າທັງໝົດ 40 ຕື້ກວ່າກີບ, ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ສົມສະ ຫວາດ ເລັ່ງສະຫວັດ ອະດີດ ຮອງນາຍົກລັດຖະມົນຕີ.
+ ແຂວງບໍ່ແກ້ວສຳເລັດການອົບຮົມການບໍລິການທ່ອງທ່ຽວ
+ ທ່ອງທ່ຽວລາວ ແລະ ແຂວງເຫງະອານຕົກລົງຮ່ວມພັດທະນາການທ່ອງທ່ຽວ
+ ຖວທ ເມືອງອາດສະພອນລົງສຳຫລວດ ແຫລ່ງທ່ອງທ່ຽວດານຮອຍເສືອບ້ານສົ້ມໂຮງ
ທ່ານອຳນວຍການບໍລິສັດ ດວງໃຈໄດ້ລາຍງານຕໍ່ກອງປະ ຊຸມວ່າ: ສຳລັບການສຳຫລວດ ອອກແບບ ການສ້າງພະເຈົ້າ ໃຫຍ່ແມ່ນຈະຕັ້ງຢູ່ເທິງພູໄຊ ຫົວ ຂອງບຣາຣະມີ ເຊິ່ງມີຄວາມ ກວ້າງຂອງໜ້າຕັກ 1,45ແມັດ, ຄວາມສູງ 2,37 ແມັດ. ນອກ ຈາກນີ້, ຍັງອອກແບບສະຖານ ທີ່ພາກສະຖາປະນິກ ແລະ ແບບ ແຕ້ມພາກສະຖາປັດຂອງອົງພະ ເຈົ້າໃຫຍ່, ດັ່ງກ່າວລວມທັງອາ ຄານຫໍປະຕິບັດທຳ, ອາຄານຫໍ ແຈກ, ອາຄານເຈົ້າອາທິການ ວັດ, ອາຄານທີ່ພັກສຳມະເນນ ແລະ ອາຄານລໍຖ້າຮັບ-ສົ່ງ. ພ້ອມນັ້ນ, ຍັງໄດ້ອອກແບບພາກ ສາລາຊົມວິວ 1, ພາກສາລາຊົມ ວິວ 2, ອາຄານບໍລິການລົດຮັບ- ສົ່ງ, ອາຄານອາຫານ, ອາຄານ ຮ້ານຂາຍເຄື່ອງ, ອາຄານຫ້ອງ ນ້ຳສາທາລະນະ ແລະ ອື່ນໆ ມາຮອດປັດຈຸບັນສຳເລັດ ແລ້ວ 85%.
ທ່ານ ສົມສະຫວາດ ເລັ່ງ ສະຫວັດ ໄດ້ໃຫ້ທິດຊີ້ນຳຕໍ່ກອງ ປະຊຸມວ່າ: ການອອກແບບຂອງ ພະເຈົ້າໃຫຍ່ ຈະຕ້ອງມີຄວາມ ທົນທານຕໍ່ສະພາບແວດລ້ອມ, ຕໍ່ດິນຟ້າອາກາດ ໂດຍສະເພາະ ແຜນດິນໄຫວ ທີ່ອາດເກີດຂຶ້ນໃນ ອະນາຄົດ ແລະ ການປັ້ນແຕ່ງ, ສະພາບແວດລ້ອມຕ້ອງໃຫ້ຄື ແບບທຳມະຊາດ. ພ້ອມເນັ້ນໃຫ້ ພາກສ່ວນກ່ຽວຂ້ອງເປັນເຈົ້າ ການ ເພີ່ມທະວີຄວາມເອົາ ໃສ່ໃນ ການອອກແບບເພື່ອຮັບປະກັນ ຄວາມປອດໄພໃນພາກປະຕິ ບັດຕົວຈິງ ເພາະໂຄງການນີ້ເປັນ ໂຄງການຂະໜາດໃຫຍ່ ເມືອ ສ້າງສຳເລັດຈະເປັນແຫລ່ງທ່ອງ ທ່ຽວທາງວັດທະນະທຳແຫ່ງ ໃໝ່ຂອງປະເທດ.