IMF ເຕືອນການແບ່ງກຸ່ມທາງເສດຖະກິດ ອາດດຶງ GDP ທົ່ວໂລກຮຸນແຮງເຖິງ 7%


ກອງທຶນການເງິນສາກົນ (IMF) ລະບຸໃນລາຍງານທີ່ມີການເປີດເຜີຍໃນວັນທີ 15 ມັງກອນວ່າ: ການແບ່ງກຸ່ມທາງເສດຖະກິດທີ່ເກີດຂຶ້ນຮຸນແຮງທົ່ວໂລກ ຫລັງຈາກໂລກເຄີຍຂັບເຄື່ອນດ້ວຍລະບົບໂລກາພິວັດໃນໄລຍະຫລາຍທົດສະວັດຜ່ານມານັ້ນ ອາດບັນທອນຕົວເລກ GDP ໂລກສູງເຖິງ 7% ໂດຍອາດບັນທອນ 8%-12% ໃນບາງປະເທດ ຖ້າມີການແບ່ງແຍກທາງເຕັກໂນໂລຊີຮ່ວມນໍາ.
ທັງນີ້, IMF ລະບຸວ່າ: ເຖິງວ່າກໍລະນີທີ່ເສດຖະກິດໂລກແບ່ງກຸ່ມກັນໃນວົງຈໍາກັດຍັງອາດຫລຸດ GDP ໂລກໄດ້ 0,2%, ແຕ່ຍັງຈໍາເປັນຕ້ອງຕີລາຄາຜົນກະທົບທີ່ມີຕໍ່ເຄືອຂ່າຍຄວາມປອດໄພທາງການເງິນລະດັບໂລກ (GFSN) ນໍາ.
ລາຍງານລະບຸວ່າ: ການໝູນວຽນຂອງສິນຄ້າ ແລະ ເງິນທຶນທົ່ວໂລກຫລຸດໜ້ອຍລົງ ຫລັງເກີດວິກິດທາງການເງິນໂລກໃນປີ 2011-2012 ແລະ ການອອກມາດຕະການຈໍາກັດທາງການຄ້າກໍເພີ່ມສູງຂຶ້ນໃນປີຕໍ່ໆມາ.
IMF ລະບຸວ່າ: ການພົວພັນທາງການຄ້າທີ່ແໜ້ນແຟ້ນຍິ່ງຂຶ້ນສົ່ງຜົນໃຫ້ບັນຫາຄວາມທຸກຍາກທົ່ວໂລກຫລຸດລົງໃນຫລາຍປີຜ່ານມາ. ຂະນະທີ່ຍັງອຳນວຍຜົນປະໂຫຍດໃຫ້ຜູ້ບໍລິໂພກລາຍໄດ້ໜ້ອຍໃນປະເທດເສດຖະກິດພັດທະນາແລ້ວຜ່ານສິນຄ້າລາຄາຖືກ. ດັ່ງນັ້ນ ການຍົກເລີກການເຊື່ອມໂຍງທາງການຄ້າຈະສົ່ງຜົນກະທົບຕໍ່ປະເທດລາຍໄດ້ໜ້ອຍ ແລະ ຜູ້ບໍລິໂພກລາຍໄດ້ຕໍ່າໃນປະເທດເສດຖະກິດພັດທະນາແລ້ວຫລາຍທີ່ສຸດ.
ສໍານັກຂ່າວຣອຍເຕີລາຍງານໂດຍອ້າງອີງຂໍ້ມູນຈາກ IMF ວ່າ: ການອອກມາດຕະການຈໍາກັດການອົບພະຍົບຂ້າມຊາຍແດນຈະເຮັດໃຫ້ປະເທດຈຸດໝາຍປາຍທາງສູນເສຍແຮງງານມີຝີມື ແລະ ຫລຸດຈໍານວນເງິນຜູ້ອົບພະຍົບສົ່ງກັບປະເທດບ້ານເກີດ, ການໝູນວຽນເງິນທຶນທີ່ຫລຸດລົງຈະຫລຸດການລົງທຶນໂດຍກົງຈາກຕ່າງປະເທດ (FDI). ຂະນະທີ່ ການຮ່ວມມືລະຫວ່າງປະເທດທີ່ຫລຸດລົງຈະສ້າງຄວາມສ່ຽງຕໍ່ການຈັດຫາສິນຄ້າໃຫ້ສາທາລະນະທົ່ວໂລກ.