ຈະລາຈອນຈະແກ້ໄຂການສັນຈອນໄລຍະ​ໄຂ​ສົກຮຽນ​ໃໝ່ໃຫ້ຄ່ອງຕົວ

- Untitled 2 copy 10 - ຈະລາຈອນຈະແກ້ໄຂການສັນຈອນໄລຍະ​ໄຂ​ສົກຮຽນ​ໃໝ່ໃຫ້ຄ່ອງຕົວ
- kitchen vibe - ຈະລາຈອນຈະແກ້ໄຂການສັນຈອນໄລຍະ​ໄຂ​ສົກຮຽນ​ໃໝ່ໃຫ້ຄ່ອງຕົວ

ພະ​ແນ​ກຕຳຫລວດ​ຈະລາຈອນນະຄອນຫລວງ​ວຽງ​ຈັນຢືນຢັນວ່າ: ເພື່ອຮັບປະກັນໃຫ້ສະພາບການສັນຈອນໃນໄລຍະໄຂສົກຮຽນໃໝ່ນີ້ມີຄວາມຄ່ອງຕົວເຈົ້າໜ້າທີ່ຂອງຕົນຈະເພີ່ມກຳລັງລົງຄວບຄຸມການ​ຈະລາຈອນໃນບັນດາເມືອງຕ່າງໆ​ຕາມ​ຈຸດ 3 ແຍກ 4 ແຍກ ແລະ ບ່ອນມີສະພາບແອອັດ ເພື່ອ​ລະບາຍການສັນຈອນໃຫ້ມີ​ຄວາມ​ສະດວກ ແລະ ຫລີກເວັ້ນບັນຫາ​ອຸປະຕິ​ເຫດ.

ທ່ານຫົວໜ້າພະແນກຈະລາຈອນນະຄອນຫລວງ ພັນໂທ ຢຸດ​ຕະພົງ ສຸວັນນະ​ສິງ ​ໃຫ້​ຮູ້​ວ່າ: ​ຄືດັ່ງທຸກປີຜ່ານມາ, ພໍຮອດ​ໄລຍະໄຂ​ສົກຮຽນ​ໃໝ່ສະພາບການ​ສັນຈອນ​ໃນຕົວເມືອງແມ່ນ​ມີ​ຄວາມ​ແອ​ອັດຢູ່ຫລາຍ​ເສັ້ນທາງ​, ໂດຍສະເພາະໃນເສັ້ນທາງທີ່ມີສະຖາບັນການສຶກສາ ແລະ ໂຮງຮຽນຕ່າງໆຕັ້ງຢູ່, ສະນັ້ນແຜນ​ການລະບາຍການສັນຈອນໃນໄລຍະໄຂສົກຮຽນໃໝ່ນີ້ແມ່ນສຸດທີ່ສໍາຄັນ ເພື່ອຮັບປະກັນໃຫ້ສະພາບ​ການ​ສັນຈອນບໍ່ມີຄວາມແອອັດສັບສົນ, ພ້ອມຈະເລັ່ງຈັດກໍາລັງລົງເຄື່ອນໄຫວກວດກາ​ຕາມ​ສາຍທາງຕ່າງໆ​ເພື່ອ​ບໍ່​ໃຫ້​ມີການ​ຈອດລົດ​ຊະຊາຍ​ກີດຂວາງ​ການ​ສັນຈອນ ແລະ ຈະເພີ່ມທະວີເຮັດວຽກງານໂຄສະນາຮຽກຮ້ອງ​ມາ​ຍັງ​ຜູ້​ຂັບຂີ່ໃຫ້​ເປັນ​ເຈົ້າການສູງຂຶ້ນໃນການໃຊ້ລົດ, ໃຊ້ຖະໜົນ ແລະ ຕ້ອງຮູ້ເຄົາລົບ​ລະບຽບຈະລາຈອນຢ່າງເຂັ້ມງວດ​ ເພື່ອຄວາມສະດວກປອດໄພ ແລະ ເປັນລະບຽບຮຽບຮ້ອຍຈົບງາມຂອງສັງຄົມ.

- Visit Laos Visit SALANA BOUTIQUE HOTEL - ຈະລາຈອນຈະແກ້ໄຂການສັນຈອນໄລຍະ​ໄຂ​ສົກຮຽນ​ໃໝ່ໃຫ້ຄ່ອງຕົວ
- 3 - ຈະລາຈອນຈະແກ້ໄຂການສັນຈອນໄລຍະ​ໄຂ​ສົກຮຽນ​ໃໝ່ໃຫ້ຄ່ອງຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!