ແຍກໃຫ້ອອກອາການເຄັ່ງຄຽດຈົນເຈັບຫົວ

- 010109 2017 - ແຍກໃຫ້ອອກອາການເຄັ່ງຄຽດຈົນເຈັບຫົວ
- kitchen vibe - ແຍກໃຫ້ອອກອາການເຄັ່ງຄຽດຈົນເຈັບຫົວ

ອາການເຈັບຫົວຈາກຄວາມເຄັ່ງຄຽດ ຈະມີອາການປວດຕຶບໆ ໜັກໆຢູ່ຂະໝັບ ເຊິ່ງເປັນອາການທີ່ພົບໄດ້ຫລາຍໃນຄົນທີ່ຄິດຫລາຍ ເຈັບພໍໃຫ້ລຳຄານ ຫລື ເຮັດໃຫ້ຮູ້ສຶກບໍ່ສຸກສະບາຍ ແລະ ຈະເຈັບຢ່າງຄົງທີ່ ບໍ່ແຮງຂຶ້ນກ່ວາມື້ທຳອິດ.

ອາການເຈັບແຕ່ລະເທື່ອຈະເປັນດົນເປັນຊົ່ວໂມງ ຈົນເປັນອາທິດ ຫລື ເປັນເດືອນ ເມື່ອໄດ້ຮັບການປິ່ນປົວທີ່ຖືກຕ້ອງກໍມັກຈະ ຫລຸດຜ່ອນໄປໄດ້, ແຕ່ເມື່ອຂາດ ການປິ່ນປົວ ແລະ ມີສິ່ງກະຕຸ້ນກໍອາດຮຸນແຮງຂຶ້ນໄດ້ອີກ ຈຶ່ງມັກຈະເປັນໆເຊົາໆໄດ້ຕະຫລອດ.

- Visit Laos Visit SALANA BOUTIQUE HOTEL - ແຍກໃຫ້ອອກອາການເຄັ່ງຄຽດຈົນເຈັບຫົວ
- Visit Laos Visit SALANA BOUTIQUE HOTEL - ແຍກໃຫ້ອອກອາການເຄັ່ງຄຽດຈົນເຈັບຫົວ

ສາເຫດເກີດຈາກການເກັງໂຕ, ເຄັ່ງຕຶງຂອງກ້າມຊີ້ນບໍລິເວນຫົວ ແລະ ໃບໜ້າ ເຊິ່ງຍັງບໍ່ຮູ້ສາເຫດ ແລະ ກົນໄກຂອງການເກີດຢ່າງຈະແຈ້ງ.

ມີສິ່ງກະຕຸ້ນຢູ່ກ້າມຊີ້ນ ແລະ ບໍລິເວນອ້ອມກະໂຫລກຫົວ ສົ່ງຜົນໃຫ້ເກີດຄວາມຜິດປົກກະຕິຂອງການເຮັດວຽກຂອງລະບົບປະ ສາດຂຶ້ນຢູ່ປະສາດພາກສ່ວນກາງ ແລ້ວສົ່ງຜົນກັບມາຫາກ້າມຊີ້ນອ້ອມກະໂຫລກ ເຮັດໃຫ້ເກີດການເກັງໂຕ, ເຄັ່ງຕຶງຂອງກ້າມຊີ້ນດັ່ງກ່າວ.

ມີການປ່ຽນແປງຂອງສານເຄມີ ເຊັ່ນ : ເອັນດໍຟິນ, ຊີໂຣໂທນີນ ໃນເນື້ອເຍື່ອດັ່ງກ່າວ ເຮັດໃຫ້ເກີດອາການເຈັບຫົວ.

ສ່ວນຫລາຍມັກພົບວ່າມີສາເຫດກະຕຸ້ນ ໄດ້ແກ່ : ຄວາມເຄັ່ງຄຽດ, ຫິວເຂົ້າ ຫລື ກິນເຂົ້າຜິດເວລາ, ອົດນອນ, ອິດເມື່ອຍດວງຕາຈາກການໃຊ້ສາຍຕາຫລາຍເກີນໄປ.

– ອາການທີ່ຕ້ອງສັງເກດ :

  1. ຄົນປ່ວຍຈະມີອາການເຈັບຕຶບໆໜັກໆຢູ່ຂະໝັບ, ໜ້າຜາກ, ກາງຫົວ ຫລື ງ່ອນ ຫລື ອາດເປັນທົ່ວຫົວ ຫລື ເຈັບອ້ອມຫົວຄ້າຍຄືມີເຊືອກຮັດຕໍ່ເນື່ອງກັນດົນເທື່ອລະ 30 ນາທີເຖິງ 1 ອາທິດ. ສ່ວນຫລາຍມັກຈະເຈັບດົນເກີນ 24 ຊົ່ວໂມງ ບາງຄົນອາດເຈັບກົນຕິດຕໍ່ກັນທຸກມື້ເປັນອາທິດ ຫລື ເປັນເດືອນ.
  2. ອາການເຈັບຈະເປັນຢ່າງຄົງທີ່ ບໍ່ເຈັບຮຸນແຮງຂຶ້ນຈາກມື້ທຳອິດທີ່ເລີ່ມເປັນ. ສ່ວນຫລາຍຈະເປັນອາການເຈັບຕຶບໆໜັກໆພໍລຳຄານ ຫລື ຮູ້ສຶກບໍ່ສະບາຍ. ສ່ວນຫລາຍທີ່ອາດເຈັບຮຸນແຮງຈົນເປັນອຸປະສັກຕໍ່ການເຮັດກິດຈະວັດປະຈຳວັນ.
  3. ຄົນເຈັບຈະບໍ່ມີໄຂ້, ບໍ່ເປັນຫວັດ, ບໍ່ມີອາການວິນຫົວປວດຮາກ, ຫລື ລາຍຕາ ແລະ ບໍ່ເຈັບຫລາຍຂຶ້ນເມື່ອຖືກແສງ, ສຽງ, ກິ່ນ ຫລື ມີການເຄື່ອນໄຫວຂອງຮ່າງກາຍ.
  4. ອາການເຈັບຫົວອາດຈະເລີ່ມຕັ້ງແຕ່ຕອນຕື່ນນອນ ຫລື ໃນຕອນເຊົ້າໆ ບາງຄົນອາດເລີ່ມເຈັບຕອນບ່າຍຄ້າຍແລງ ຫລື ຫລັງຈາກໄດ້ເຄັ່ງຄຽດກັບວຽກຫລາຍ ຫລື ໃນຂະນະຫິວເຂົ້າ, ມີເລື່ອງໃຫ້ຄິດຫລາຍ, ວິຕົກກັງວົນ, ມີອາລົມຊຶມເສົ້າ ຫລື ນອນບໍ່ຫລັບ.

– ຄົນປ່ວຍຄົນປະຕິບັດໂຕດັ່ງນີ້ :

  1. ນອນຫລັບພັກຜ່ອນໃຫ້ພຽງພໍ.
  2. ຢ່າປ່ອຍໃຫ້ຫິວ.
  3. ຢ່າເຄັ່ງຄຽດກັບວຽກຈົນເກີນໄປ.
  4. ຫລີກເວັ້ນການໃຊ້ສາຍຕາຈົນອິດເມື່ອຍ.
  5. ອອກກຳລັງກາຍເປັນປະຈຳ.
  6. ຫາທາງຜ່ອນຄາຍຄວາມເຄັ່ງຄຽດດ້ວຍວິທີຕ່າງໆ.

– ຖ້າມີອາການລັກສະນະໃດໜຶ່ງຄວນໄປໂຮງໝໍ :

  1. ມີອາການເຈັບຮຸນແຮງ ຫລື ຮາກຮຸນແຮງ.
  2. ມີອາການເຈັບແຮງຕອນຈະແຈ້ງຈົນສະເດີດຕື່ນ ຫລື ເຈັບແຮງຂຶ້ນ ແລະ ດົນຂຶ້ນທຸກມື້, ມີອາການຍ່າງເຊ ຫລື ຊັອກ.
  3. ມີອາການຕາມົວ ແລະ ຕາແດງຮ່ວມນຳ.
  4. ມີອາການເຈັບຫົວຫລັງຈາກໄດ້ຮັບບາດເຈັບຢູ່ຫົວ ເບິ່ງແຍງໂຕເອງ 2 – 3 ມື້ແລ້ວກໍບໍ່ດີຂຶ້ນ.
  5. ມີຄວາມວິຕົກກັງວົນ ຫລື ບໍ່ໝັ້ນໃຈທີ່ຈະປິ່ນປົວໂຕເອງ.
- 3 - ແຍກໃຫ້ອອກອາການເຄັ່ງຄຽດຈົນເຈັບຫົວ
- 5 - ແຍກໃຫ້ອອກອາການເຄັ່ງຄຽດຈົນເຈັບຫົວ
- 4 - ແຍກໃຫ້ອອກອາການເຄັ່ງຄຽດຈົນເຈັບຫົວ