ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ

ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ - IMG 299 - ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ
ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ - kitchen vibe - ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ

ປີ 2022 ພາສີປະຈຳແຂວງສະຫວັນນະເຂດ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການປີກວ່າ 22% ໂດຍໄດ້ເຖິງ 1.161,264 ຕື້ກີບເມື່ອທຽບໃສ່ສົກປີ 2021 ຜ່ານມາເພີ່ມຂຶ້ນ 24,58% ຫລື  219,152 ຕື້ກີບ.

ທ່ານ ສົມຈິດ ລາຊະວົງ ຮອງຫົວໜ້າພາສີປະຈຳແຂວງ ລາຍງານວ່ກອງປະຊຸມສະຫລຸບວຽກງານພາສີປະ ຈຳແຂວງສະຫວັນນະເຂດທີ່ຈັດຂຶ້ນໃນວັນທີ 13 ມັງກອນ 2023 ວ່າ: ແຂວງສະຫວັນນະເຂດ ມີດ່ານພາສີຊາຍແດນທັງໝົດ 7 ແຫ່ງ, ໃນນັ້ນດ່ານສາກົນ 2 ແຫ່ງ, ດ່ານທ້ອງຖິ່ນ 1 ແຫ່ງ ແລະ ດ່ານປະເພນີ 4 ແຫ່ງ, ມີຫ້ອງການພາສີປະຈຳເຂດເສດຖະກິດພິເສດ (ດ່ານທ່າບົກ) ແລະ ມີ 2 ຂະແໜງວິຊາການຂຶ້ນກັບ. ການຈັດຕັ້ງປະຕິບັດແຜນລາຍຮັບງົບປະມານສົກປີ 2022 ເຖິງວ່າຢູ່ໃນສະພາບແວດລ້ອມທີ່ຫຍຸ້ງຍາກ ແລະ ທ້າທາຍຫລາຍດ້ານ, ແຕ່ຍ້ອນຄວາມເອົາໃຈໃສ່ນຳພາ-ຊີ້ນຳຂອງຄະນະພັກ, ຄະ ນະນຳພາສີທັງຂັ້ນສູນກາງ ແລະ ທ້ອງຖິ່ນລວມທັງຄວາມຮັບຜິດຊອບຂອງພະນັກງານລັດຖະກອນ ເຮັດໃຫ້ປີ 2022 ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 1.161,264 ຕື້ກີບ ລື່ນແຜນດານ 22,24% ເມື່ອທຽບໃສ່ສົກປີ 2021 ຜ່ານມາເພີ່ມຂຶ້ນ 24,58% ຫລື 219,152 ຕື້ກີບ. ໃນນັ້ນໄດ້ຈາກພາສີຂາອອກ 16 ຕື້ກວ່າກີບ, ພາສີ-ອາກອນຂາເຂົ້າ 841 ຕື້ກວ່າກີບ ປະກອບມີນ້ຳມັນເຊື້ອໄຟ 562 ຕື້ ກວ່າກີບ, ນ້ຳມັນລໍ່ມື່ນ-ອາຍແກັສ 24 ຕື້ກວ່າກີບ, ພາຫະນະ (ເປັນຄັນ) 127 ຕື້ກວ່າກີບ, ສິ້ນສ່ວນພາຫະນະ 20 ຕື້ກວ່າກີບ ແລະ ອື່ນໆ 105 ຕື້ກວ່າກີບ, ສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ 181 ຕື້ກວ່າກີບ, ຄ່າປັບໃໝ-ຂາຍ ເຄື່ອງຮິບ 2 ຕື້ກວ່າກີບ ແລະ ຄ່າທຳນຽມຕ່າງໆ 119 ຕື້ກວ່າກີບ. ສ່ວນລາຍຮັບຕ່າງໆໄດ້ຮັບຈາກດ່ານພາສີສາກົນຂົວມິດຕະພາບ II ຈຳນວນ 929,766 ຕື້ກີບ, ຫ້ອງການພາສີປະຈຳເຂດເສດຖະກິດພິເສດ ( ທ່າບົກ) 50,263 ຕື້ກີບ, ດ່ານພາສີສາກົນແດນສະຫວັນ 160,870 ຕື້ກີບ, ຂະແໜງກວດກາ ແລະກວດ ສອບຄືນການແຈ້ງພາສີ 20,365 ຕື້ກີບ.

ສຳລັບປີ 2023 ພາສີປະຈຳ ແຂວງສະຫວັນນະເຂດຈະຕ້ອງ ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 1.100 ຕື້ກີບ, ໃນນັ້ນແບ່ງໃຫ້ດ່ານພາສີສາກົນຂົວມິດຕະພາບ II 890 ຕື້ກີບ, ຫ້ອງການພາສີປະຈຳເຂດເສດຖະກິດພິເສດ (ທ່າບົກ) 50 ຕື້ກີບ, ດ່ານພາສີສາກົນແດນສະຫວັນ 150 ຕື້ກີບ ແລະ ຂະແໜງ ກວດກາ ແລະ ກວດສອບຄືນການແຈ້ງພາສີ 10 ຕື້ກີບ.

ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ - 3 - ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ
ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ - 5 - ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ
ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ - 4 - ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ