ຄະນະນຳກະຊວງປ້ອງກັນປະເທດ ອວຍພອນອະດີດ ປະທານປະເທດ ໃນໂອກາດລະນຶກວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ

ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໃນວັນທີ 17 ມັງກອນ 2023 ນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ບຸນຍັງ ວໍລະຈິດ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວອວຍພອນໄຊອັນປະເສີດໃຫ້ສະຫາຍອະ ດີດເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກ ພ້ອມດ້ວຍຄອບຄົວຈົ່ງມີສຸຂະພາບແຂງແຮງ, ມີອາຍຸຍືນຍາວໝັ້ນ, ສືບຕໍ່ເປັນຫຼັກແຫຼ່ງໃຫ້ປະເທດຊາດບ້ານເມືອງ ແລະ ສືບຕໍ່ຊີ້ນຳ- ນຳພາກອງທັບປະຊາຊົນລາວໃຫ້ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມກັນນັ້ນ, ສະຫາຍຍັງໄດ້ລາຍງານໃຫ້ຊາບການປະຕິບັດໜ້າທີ່ການ ເມືອງຂອງກອງທັບຕະຫຼອດໄລ ຍະຜ່ານມາ, ຍາມໃດກໍມີຄວາມ ຈົງຮັກພັກດີ, ມີຄວາມຕັ້ງຕໍ່ບໍລິ ສຸດຕໍ່ພັກ ແລະ ຕໍ່ປະເທດຊາດ, ປະຕິບັດສອງໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມການ ມອບໝາຍຂອງພັກ ແລະ ລັດຖະບານ, ໂດຍສຸມໃສ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ໄດ້ສຸມໃສ່ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ກອງ ທັບ ໄດ້ປະຕິບັດໜ້າທີ່ຕາມການມອບໝາຍຂອງລັດຖະບານໃຫ້ພັດທະນາເສດຖະກິດສັງຄົມ ໂດຍສະເພາະສຸມໃສ່ເຂດຫ່າງໄກສອກຫຼີກ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ, ສຸມໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ນາຍ ແລະ ພົນທະ ຫານມີຄວາມຈົງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດຕໍ່ພັກ-ລັດ, ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງກອງທັບ, ເອົາໃຈໃສ່ເຝິກອົບຮົມ-ຫັດແອບຍົກລະດັບຄວາມສາ ມາດໃນການກຽມພ້ອມສູ້ຮົບ, ຕະຫຼອດໄລຍະ 74 ປີ ຜ່ານມາ, ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານ, ກອງທັບປະຊາຊົນລາວ ເວລາໃດກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີແບບແຜນທັນສະໄໝເທື່ອລະກ້າວ. ຈາກນັ້ນ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ມີຄຳເຫັນວ່າ: ຕະຫຼອດໄລຍະ 74 ປີແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ ໄດ້ລົ້ມ ລຸກຄຸກຄານ, ຜ່ານຜ່າອຸປະສັກນານາປະການ ຈົນສາມາດເຮັດສຳເລັດໜ້າທີ່ທີ່ປະເທດຊາດໄດ້ມອບໝາຍໃຫ້, ກອງທັບໄດ້ເປັນຮົ້ວລ້ອມ ແລະ ເປັນຫຼັກແຫຼ່ງໃນ ການປົກປັກຮັກສາປະເທດຊາດ, ພ້ອມທັງໄດ້ສະແດງຄວາມຂອບ ໃຈມາຍັງຄະນະນຳກະ ຊວງປ້ອງກັນປະເທດ ທີ່ໄດ້ມາຢ້ຽມຢາມອວຍພອນໃນຄັ້ງນີ້ ແລະ ອວຍ ພອນໃຫ້ບັນດາສະຫາຍການນຳກະຊວງປ້ອງກັນປະເທດຕະຫຼອດຮອດພະນັກງານ-ນັກຮົບ ໃນທົ່ວກອງທັບ ຈົ່ງພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະເທດຊາດໄດ້ມອບໝາຍໃຫ້, ສືບຕໍ່ປັບປຸງກໍ່ສ້າງກອງທັບໃຫ້ມີແບບແຜນທັນສະໄໝ, ເປັນຫຼັກແຫຼ່ງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບໝັ້ນຄົງ.