ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ

ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ - https   cdn - ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ
ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ - kitchen vibe - ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ

ວັນທີ 19 ມັງກອນ, ທ່ານ ນາງ ດິນາ ໂບລົວເຕ ປະທານາທິບໍດີເປຣູ ຮຽກຮ້ອງໃຫ້ທຸກຝ່າຍເປີດການເຈລະຈາ ຫລັງຈາກວັນທີ 18 ມັງກອນ ເກີດເຫດຜູ້ປະທ້ວງ ແລະ ເຈົ້າໜ້າທີ່ຕຳຫລວດປະທະກັນຢ່າງດຸເດືອດໃນຫລາຍພື້ນທີ່ຂອງປະເທດ ຈົນສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 1 ຄົນ ແລະ ບາດເຈັບອີກ 30 ກວ່າຄົນ.

ການປະທ້ວງເປັນເວລາຫລາຍອາທິດໃນເປຣູມີຂຶ້ນ ຫລັງທ່ານ ເປໂດຣ ກັສຕິໂຍ ອະດີດປະທານາທິບໍດີເປຣູ ອາຍຸ 53 ປີ ຖືກຖອດຖອນອອກຈາກຕຳແໜ່ງ ແລະ ຖືກຈັບເຂົ້າຄຸກໃນວັນທີ 7 ທັນວາ ເຫດການດັ່ງກ່າວສ້າງຄວາມບໍ່ພໍໃຈໃຫ້ແກ່ບັນດາຜູ້ສະໜັບສະໜູນທ່ານ ກັສຕິໂຍ ຢ່າງໜັກ ຈົນເຮັດໃຫ້ປະຊາຊົນອອກມາປະທ້ວງໃນຫລາຍພື້ນທີ່ທົ່ວປະເທດ ບວກກັບຄວາມບໍ່ພໍໃຈຂອງປະຊາຊົນຕໍ່ສະພາບການເປັນຢູ່ ແລະ ຄວາມບໍ່ເທົ່າທຽມໃນປະເທດ ເຊິ່ງພວກເຂົາຕ້ອງການໃຫ້ນາງ ໂບລົວເຕ ລາອອກ ແລະ ຈັດຕັ້ງລັດຖະບານໃໝ່.

ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ - Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ
ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ - Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ

ຄວາມຄຽດແຄ້ນຂອງຜູ້ຊຸມນຸມທະວີຄວາມຮຸນແຮງຂຶ້ນພ້ອມຈຳນວນຜູ້ເສຍຊີວິດທີ່ເພີ່ມຂຶ້ນ ໂດຍປັດຈຸບັນມີຜູ້ເສຍຊີວິດຢ່າງໜ້ອຍ 54 ຄົນນັບແຕ່ເຫດການຄວາມບໍ່ສະຫງົບເລີ່ມຕົ້ນຂຶ້ນໃນເດືອນຜ່ານມາ ແລະ ມີຜູ້ໄດ້ຮັບບາດເຈັບອີກ 772 ຄົນ ລວມທັງເຈົ້າໜ້າທີ່ຄວາມໝັ້ນຄົງ. ຂະນະທີ່ຫລາຍຝ່າຍໄດ້ໂຈມຕີທາງການເປຣູທີ່ໃຊ້ຄວາມຮຸນແຮງປາບປາມຜູ້ປະທ້ວງ ລວມທັງມີການໃຊ້ອາວຸດປືນ, ສ່ວນກອງທັບຂັດແຍ່ງວ່າ: ຜູ້ປະທ້ວງໃຊ້ອາວຸດ ແລະ ວັດຖຸລະເບີດທີ່ຜະລິດຂຶ້ນເອງເຂົ້າໂຈມຕີເຈົ້າໜ້າທີ່.

ອ້າງອີງ:

https://edition.cnn.com/…/peru-protests…/index.html

ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ - 4 - ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ
ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ - 3 - ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ
ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ - 5 - ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ