ສື່ເປີດເຜີຍ ລີເວີພູລ ພ້ອມປ່ອຍຕົວ ຊາລາ ເຖິງນັກເຕະຫາກໍເຊັນສັນຍາໃຫມ່

ສື່ອິຕາລີ ລາຍງານວ່າ ລີເວີພູລ ພ້ອມປ່ອຍ ໂມຮາເຫມັດ ຊາລາ ປີກຄົນສຳຄັນຈາກທີມ ໄດ້ໄດ້ຮັບຂໍ້ສະເໜີ້ຈຳນວນ 70 ລ້ານຢູໂຣ ໂດຍມີ ປາຣີສ ແຊັງ ແຊັກແມັງ ໃຫ້ຄວາມສົນໃຈ.
ສຳລັບ ຊາລາ ຄືນັກເຕະຄົນສຳຄັນຂອງ ລີເວີພູລ ມາຕະຫລອດນັບຕັ້ງແຕ່ຍ້າຍມາຢູ່ໃນຖິ່ນ ແອນຟິລ ເມື່ອປີ 2017 ຫລັງນັກເຕະຍິງໄປແລ້ວ 173 ປະຕູ ຈາກ 283 ເກມລວມທຸກລາຍການ ພ້ອມມີສ່ວນສຳຄັນໃນການພາທີມຄວ້າແຊ໊ມມາຄອງຫລາຍລາຍການ ທັງ ພຣີເມຍລີກ 1 ສະໄຫມ, ເອຟເອ ຄັພ 1 ສະໄຫມ, ຄາຣາບາວ ຄັພ 1 ສະໄຫມ, ຢູຟາ ແຊ໊ມປຽນລີກ 1 ສະໄຫມ, ຢູຟາ ຊຸບເປີ ຄັພ 1 ສະໄຫມ ແລະ ຟີຟາ ຄລັບ ເວີນ 1 ສະໄຫມ.
ຈາກຜົນງານທີ່ເປີດຂຶ້ນເຮັດໃຫ້ ລີເວີພູລ ຫາກໍເຊັນສັນຍາສະບັບໃຫມ່ກັບ ຊາລາ ໄປຈົນເຖິງປີ 2025 ເມື່ອໄລຍະລະດູການທີ່ຜ່ານມາ ພ້ອມສົ່ງຜົນໃຫ້ດາວ ເຕະອາຍຸ 30 ປີ ລາຍນີ້ໄດ້ຮັບຄ່າເມື່ອຍເປັນ 350,000 ປອນ/ອາທິດ.
ແນວໃດກໍຕາມໃນລະດູການນີ້ ຊາລາ ບໍ່ສາມາດສະແດງຜົນງານໃຫ້ ລີເວີພູລ ໄດ້ຕຳ່ກວ່າມາດຕະຖານຈາກຫລາຍໆລະດູການທີ່ຜ່ານມາ ຈົນທີມຕ້ອງຕົກໄປ ຢູ່ໃນອັນດັບ 9 ຂອງພຣີເມຍລີກ.
ຫລ້າສຸດ ກັລໂຊ ແມຄາໂຕ ສື່ຂອງອິຕາລີ ເປີດເຜີຍວ່າ ລີເວີພູລ ມີຄວາມຄິດທີ່ຈະຂາຍ ຊາລາ ອອກຈາກທີມຫາກພວກເຂົາໄດ້ຂໍ້ສະເໜີຈຳນວນ ເງິນບໍ່ຕຳ່ກວ່າ 70 ລ້ານຢູໂຣ ໂດຍມີ ປາຣີສ ແຊັງ ແຊັກແມັງ ໃຫ້ຄວາມສົນໃຈ.