ແມນຊິຕີ ເປີດຕົວກອງກາງຄົນໃຫມ່ຊາວອາເຈນຕີນາ
January 24, 2023 - 10:02 PM

ແມນເຊສເຕີ ຊິຕີ ປະກາດເປີດຕົວ ແມັກຊິໂມ ເປຣໂຣເນ ກອງກາງອາຍຸ 20 ປີ ຊາວອາເຈນຕີນາຈາກ ວເລສ ຊາສຟິລ ມາຮ່ວມທີມຢ່າງເປັນທາງການ.
ໜຸ່ມນ້ອຍເຈົ້າຂອງສາຍາ ນິວ ຣີດອນໂດ ຜູ້ມີຮູບແບບການຫລິ້ນທີ່ດຸດັນ ແລະ ມີເຕັກນິກສະເພາະຕົວທີ່ໂດດເດັ່ນຄ້າຍ ກັບອະດີດນັກເຕະຕຳ ນານອາເຈນຕີນາຂອງ ຣຽວ ມາດຣິດ ແລະ ເອຊີ ມິລານ.
ໂດຍ ແມນຊິຕີ ຈ່າຍຄ່າຕົວນັກເຕະຊາວອາເຈນຕີນາລາຍນີ້ທີ່ 11 ລ້ານຢູໂຣ ໂດຍຈະເຊັນສັນຍາຍາວ 5 ປີເຄິ່ງ ເຊິ່ງນັກເຕະຈະເດີນທາງມາຮ່ວມ ກັບທີມຫລັງຈາກຈົບທົວນາເມັນ ຊີງແຊ໊ມທະວີບອາເມຣິກກາໃຕ້ ຮຸ່ນອາຍຸບໍ່ເກີນ 20 ປີ ທີ່ພວມເຮັດການແຂ່ງຂັນຢູ່ເວລານີ້.
ເປຣໂຣເນ ລົງຫລິ້ນໃຫ້ທີມຊຸດໃຫຍ່ຂອງ ເວເລສ ໄປແລ້ວ 33 ນັດ ຍິງໄດ້ 3 ປະຕູກັບ 2 ແອສຊິສ ພ້ອມກັບຕິດທີມຊາດອາເຈນຕີນາມາແລ້ວ 2 ຊຸດໃນຮຸ່ນອາຍຸບໍ່ເກີນ 16 ປີ ແລະ ຮຸ່ນອາຍຸບໍ່ເກີນ 20 ປີ.