ຢູຟາ ສັ່ງສອບສວນ ປາຣິສ ແຊັງແຊັກແມັງ ກໍລະນີລະເມີດກົດການເງິນ
September 3, 2017 - 2:11 PM




ປາຣິສ ແຊັງແຊັກແມັງ ທູ່ມເງິນຊື້ ເນມາ ດ້ວຍຄ່າໂຕທີ່ ສູງເປັນສະຖິຕິໂລກເຖິງ 185 ລ້ານປອນ ພ້ອມຄ່າຈ້າງໃຫ້ ເຖິງ 515.000 ປອນຕໍ່ອາ ທິດ.
ນອກຈາກນີ້ຍັງຄວ້າ ຄີລີ ຍັນ ເອມບັບເປ ມາຮ່ວມທີມ ດ້ວຍສັນຍາຢືມໂຕ ພ້ອມ ເງື່ອນໄຂຊື້ຂາດດ້ວຍຄ່າໂຕ 166 ລ້ານປອນ ໃນລະດູການ ໜ້ານຳອີກ ດ່ັງນັນຈຶ່ງເກີດຂໍ້ ສົງໄສວ່າພວກເຂົາອາດລະ ເມີດກົດ ເອຟເອພີ ແລະ ມີການ ດຳເດີນການສອບສວນເລື່ອງດັ່ງກ່າວ.
“ຄະນະກຳມະການເບິ່ງແຍງກົດການເງິນຂອງ ຢູຟາ ໄດ້ເປີດການສອບສວນ ປາ ຣິສ ແຊັງແຊັກແມັງ ຢ່າງເປັນ ທາງການແລ້ວ ເຊິ່ງເລື່ອງນີ້ ເປັນໜຶ່ງຂອງການສອບສວນສະໂມສອນຕ່າງທພາຍໃຕ້ກົດການເງິນຂອງ ຢູຟາ” ຖະ ການຂອງ ຢູຟາ ລະບຸ.