ເມັສຊີ້ຄວ້າລາງວັນດາວຍິງສູງສຸດຂອງລາລີກ້າເປັນລະດູການທີ່ 4 ຕິດຕໍ່ກັນ..!


ລີໂອເນວ ເມັສຊີ້ ໄດ້ຮັບສາຍານາມຈາກແຟນບານທົ່ວໂລກຍົກໃຫ້ເປັນນັກເຕະຕ່າງດາວ ພ້ອມຍັງຮັກສາຟອມເກ່ງໄດ້ດີ ຫຼັງຈາກກອງໜ້າຊາວອາກຊັງຕິນ ຂອງສະໂມສອນ ບາເຊໂລນ້າ ໄດ້ຍິງສອງປະຕູນັດສົ່ງທ້າຍລາລີກ້າ ລະດູການ 2019-2020 ເມື່ອຄືນວັນທີ 19 ກໍລະກົດຜ່ານມາ ນັດທີ່ ບາຊ້າ ບຸກຖະຫລົ່ມ ເດປໍຣຕິໂວ້ ອາລາເບັສ 5-0 ສ່ວນອີກສາມປະຕູໄດ້ຈາກດາວຮຸ່ງ ອາຊູ ຟາຕີ້, ລຸຍ ຊົວເຣດ ແລະ ເນວສັນ ເຊເມໂດ້.


ເຮັດໃຫ້ ລີໂອເນວ ເມັສຊີ້ ຄວ້າລາງວັນດາວຍິງສູງສຸດຂອງລາລີກ້າດ້ວຍຜົນງານລວມ 25 ປະຕູ, ເປັນລະດູການທີ່ 4 ຕິດຕໍ່ກັນ ແລະ ເປັນສະໄໝທີ່ 7 ຂອງເມັສຊີ້ອິກດ້ວຍ (2016-2017 ຍິງ 37 ປະຕູ,2017-2018 ຍິງ 34 ປະຕູ,2018-2019 ຍິງ 36 ປະຕູ ແລະ ລະດູການຫຼ້າສຸດ 2019-2020 ຍິງ 25 ປະຕູ)


5 ອັນດັບດາວຍິງສູງສຸດຂອງລາລີກ້າແອັດສະປາຍລະດູການ 2019-2020
1.ລີໂອເນວ ເມັສຊີ້ (ບາເຊໂລນ້າ) 25 ປະຕູ
2.ຄາຣິມ ເບນເຊມາ (ຣຽວມາດຣິກ) 21 ປະຕູ
3.ເຄຣາດ ໂມເຣໂນ (ບີຍາເຣອັນ) 18 ປະຕູ
4.ຫລຸຍ ຊົວເຣດ (ບາເຊໂລນ້າ) 16 ປະຕູ
5.ຣາອູ ກາເຊຍ (ແອັດລາຕິກ ບິວເບົາ) 15 ປະຕູ

