ຄິງຄາຊູ ອາຍຸ 55 ປີ ເປີດໂຕກັບທີມ ດີວິຊັ່ນ 2 ຂອງໂປຣຕຸເກສ
February 2, 2023 - 3:00 PM


ບໍ່ມີຫຍັງຕ້ອງສົງໃສສຳລັບຄວາມຮັກທີ່ມີຕໍ່ກິລາບານເຕະຂອງ ມິອຸຣະ ຄາຊູໂຍຊິ ຕຳນານນັກເຕະຊາວຍີ່ປຸ່ນ ທີ່ສະແດງໃຫ້ເຫັນກັນມາຕະຫລອດຊີວິດ ນອກຈາກນີ້ ຫລ້າສຸດຍັງສ້າງຄວາມຕື່ນຕາຕື່ນໃຈຢ່າງຕໍ່ເນື່ອງ ເມື່ອໄດ້ເປີດໂຕກັບທີມໃນດີວິຊັ່ນ 2 ຂອງໂປຣຕຸເກສ ເປັນທີ່ຮຽບຮ້ອຍ.
ວັນທີ 1 ກຸມພານີ້, ຕາມເວລາທ້ອງຖິ່ນຂອງໂປຣຕຸເກສ ໂອຣິເວຍ ເຣນເຊ ສະໂມສອນບານເຕະ ຢູໄນເຕັດ ລະດັບ 2 ຂອງໂປຣຕຸເກສ ໂພສຄລິບວິດີໂອ ແລະ ຮູບພາບຂອງເປີດໂຕນັກເຕະຄົນໃໝ່ຂອງພວກເຂົາ ນັ້ນແມ່ນ ຄາຊູໂຍຊິ ຫລືຮຸ້ຈັກກັນໃນນາມ “ຄິງຄາຊູ”.
ຄລິບວິດີໂອເປີດໂຕ https://twitter.com/oliveirens…/status/1620741754332016640