ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2%

ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2% - 329054396 877986493529695 2762413813518234867 n - ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2%
ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2% - kitchen vibe - ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2%

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2023, ພາຍໃຕ້ການເປັນປະທານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານວ່າ: ໄລຍະ 1 ປີຜ່ານມາສາມາດຊຸກຍູ້ສົ່ງເສີມວຽກງານຄ້ຳສະບຽງອາຫານ ແລະ ໂພຊະນາການ ໂດຍການຜະລິດເຂົ້າເປືອກລວມໃນປີ 2022 ປັກດໍາໄດ້ທັງໝົດ 959.407 ເຮັກຕາ, ເນື້ອທີ່ເກັບກ່ຽວ 957.629 ເຮັກຕາ, ຜົນຜະລິດ 3.781.580 ໂຕນ (ຕາມມະຕິສະພາຮັບຮອງ 3,7 ລ້ານໂຕນ) ບັນລຸລື່ນແຜນການ 2,2%; ການລ້ຽງສັດ ແລະ ການປະມົງ ມີການຂະຫຍາຍຕົວໃນລະດັບ 3,88% ທຽບໃສ່ປີ 2021 ລື່ນແຜນການທີ່ວາງໄວ້ ຊຶ່ງໃນແຜນປີ 2022 ແມ່ນ 3,5%. ນອກນີ້, ຍັງສຸມໃສ່ປັບປຸງພຶດຕິກໍາດ້ານໂພຊະນາການ, ສະໜອງທຶນແບບມີເງື່ອນໄຂໃຫ້ຄອບຄົວເປົ້າໝາຍ, ໃຫ້ຄວາມຮູ້ດ້ານເຕັກນິກກະສິກໍາທີ່ດີ, ສ້າງເປັນຕົວແບບການຜະລິດ, ສະໜອງຄູ່ມື, ອຸປະກອນການຜະລິດກະສິກໍາ ແລະ ລວມທັງໄດ້ເສີມຂະຫຍາຍກົນໄກປະສານງານໜຶ່ງດຽວຫລາຍຂະແໜງການ ໄດ້ທັງໝົດ 6 ແຂວງ (ຜົ້ງສາລີ, ຫົວພັນ, ອຸດົມໄຊ, ຫລວງນໍ້າທາ, ຫລວງພະບາງ ແລະ ຊຽງຂວາງ) ລວມໄດ້ 29 ເມືອງ, 1.422 ບ້ານ ແລະ 88.518 ຄອບຄົວ, ໃນນີ້ມີກຸ່ມແມ່ຍິງຖືພາ 48.249 ຄົນ ແລະ ເດັກນ້ອຍ ລຸ່ມ 5 ປີ 41.603 ຄົນ.

ສຳລັບການຜະລິດກະສິກຳເປັນສິນຄ້າ ແມ່ນໄດ້ສຸມໃສ່ການຜະລິດ ພືດທີ່ໄດ້ເຈລະຈາເຕັກນິກເປີດຕະຫລາດແລ້ວ ສາມາດປະຕິບັດໄດ້ 563.456 ເຮັກຕາ, ຜົນຜະລິດມີ 8.176.420 ໂຕນ (ແຜນການ 6,31 ລ້ານໂຕນ) ລື່ນແຜນການ 29,46%; ຂະນະທີ່ການລ້ຽງສັດ ແລະ ສັດນໍ້າ ເປັນສິນຄ້າ ແບບເປັນກຸ່ມ, ເປັນຟາມ ໄດ້ມີການຂະຫຍາຍຕົວ ມີຟາມລ້ຽງສັດທັງໝົດ 1.989 ຟາມ ມີສັດລ້ຽງ 5.012.280 ໂຕ, ພົ້ນເດັ່ນແມ່ນຟາມລ້ຽງງົວ ເພີ່ມຂຶ້ນ 12 ຟາມ. ນອກນີ້ຍັງມີຫລາຍວຽກງານໃນຫລາຍແຜນງານທີ່ພົ້ນເດັ່ນອີກຈໍານວນໜຶ່ງ.

ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2% - 3 - ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2%
ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2% - 5 - ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2%
ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2% - 4 - ປີ 2022 ສປປ ລາວ ສາມາດບັນລຸຜົນຜະລິດເຂົ້າເປືອກໄດ້ 3,7 ລ້ານກວ່າໂຕນ ລື່ນແຜນການ 2,2%