ແມນຢູ ຈັບກອງກາງດາວຮຸ່ງຕໍ່ສັນຍາໄລຍະຍາວກັບທີມຮຽບຮ້ອຍແລ້ວ
February 10, 2023 - 9:07 PM




ແມນເຊສເຕີ ຢູໄນເຕັດ ສະໂມສອນຈາກ ພຣີເມຍລີກ ອັງກິດ ປະກາດຍືດສັນຍາໃຫ້ກັບ ຄອບບີ້ ໄມນູ ອອກໄປເປັນທີ່ຮຽບຮ້ອຍແລ້ວ.
ກອງກາງດາວຮຸ່ງອາຍຸ 17 ປີ ຖືເປັນນັກເຕະຈາກສະໂມສອນເຍົາວະຊົນຂອງສະໂມສອນ ໂດຍປະເດີມນັດທຳອິດໃຫ້ກັບທີມຊຸດໃຫຍ່ໃນເກມ ຄາຣາບາວ ຄັບ ທີ່ເປີດສະໜາມຖະຫລ່ົມ ຊາລຕັນ 3-0 ຕໍ່ດ້ວຍເກມ ເອັຟເອ ຄັບ ທີ່ເປີດສະໜາມຊະນະ ເຣດດິງ 3-1 ເມື່ອວັນທີ 10 ແລະ 28 ມັງກອນທີ່ຜ່ານມາ.
ສຳລັບລາຍລະອຽດຂອງສັນຍານັ້ນ ບໍ່ມີການລະບຸວ່າຕໍ່ຈັກປີ ໂດຍສະໂມສອນບອກພຽງວ່າຕໍ່ໄລຍະຍາວ ເທົ່ານັ້ນ.
ສຳລັບ ເກມຕໍ່ໄປຂອງ ແມນເຊສເຕີ ຢູໄນເຕັດ ຈະບຸກໄປຢາມ ລີດ ຢູໄນເຕັດ ໃນການແຂ່ງຂັນ ພຣີເມຍລີກ ວັນອາທິດທີ 12 ກຸມພານີ້ ເວລາ 21:00 ນາທີ ຕາມເວລາໃນລາວ.