ລິເວີພູລ ເປີດບ້ານເອົາຊະນະ ເອຟເວີຕັນ 2-0 ຄວ້າໄຊນັດທຳອິດຂອງປີ 2023

- skysports football cody gakpo 6056432 e1676340557623 - ລິເວີພູລ ເປີດບ້ານເອົາຊະນະ ເອຟເວີຕັນ 2-0 ຄວ້າໄຊນັດທຳອິດຂອງປີ 2023
- kitchen vibe - ລິເວີພູລ ເປີດບ້ານເອົາຊະນະ ເອຟເວີຕັນ 2-0 ຄວ້າໄຊນັດທຳອິດຂອງປີ 2023

ໃນເກມນີ້ ທີມເຈົ້າບ້ານໄດ້ປະຕູທຳອິດໃນນາທີ 36 ຈາກລູກເຕະມຸມຂອງທີມຢາມ ເມື່ອ ທາຄອຟ ສະກີ ເອົາຫົວຕີບານໄປຕຳເສົາ ກ່ອນທີ່ “ຫົງແດງ” ຈະສວນກັບໄວ ໂດຍ ນູເນຊ ສະແດງຄວາມໄວ ຄວບຄຸມບານ ແລະ ຕັດໃຫ້ ຊາລາ ຍິງສວນໂຕ ພິກຟອດ ສົ່ງ ລິເວີພູລ ຂຶ້ນນໍາ 1-0 ແລະ ຈົບເຄິ່ງທໍາອິດໄປ.

ຈາກນັ້ນ, ໃນເຄິ່ງເວລາທີ 2 ເລີ່ມໄດ້ບໍ່ດົນ, ໃນນາທີທີ 49 ທີມເຈົ້າບ້ານໃຊ້ວິທີໂຕ້ກັບແບບເກົ່າ ແລະ ເປັນ ເທຣນ ທີ່ຮັບບານຈາກກາງສະໜາມແລ້ວຕົບເຂົ້າໃຫ້ ກັກໂປ ຍິງໂລ່ງໆໜີຫ່າງເປັນ 2-0 ເຮັດໃຫ້ແຟນບານ ເຮສະນັ່ນ ແອນຟິວ ຫລັງຈາກທີ່ນັກເຕະອາຍຸ 23 ປີ ປົດລັອກປະຕູທໍາອິດໄດ້ສຳເລັດ.

ຈາກຜົນຂອງເກມນີ້ສົ່ງໃຫ້ “ຫົງແດງ” ຍ້າຍມາຢູ່ອັນດັບ 9 ຂອງລີກມີ 32 ຄະແນນຈາກ 21 ນັດ, ຂະນະທີ່ ເອຟເວີຕັນ ຕົກຢູ່ອັນດັບ 18 ຂອງຕາຕະລາງ ມີ 18 ຄະແນນຈາກ 22 ນັດ.

- 3 - ລິເວີພູລ ເປີດບ້ານເອົາຊະນະ ເອຟເວີຕັນ 2-0 ຄວ້າໄຊນັດທຳອິດຂອງປີ 2023
- 4 - ລິເວີພູລ ເປີດບ້ານເອົາຊະນະ ເອຟເວີຕັນ 2-0 ຄວ້າໄຊນັດທຳອິດຂອງປີ 2023
- 5 - ລິເວີພູລ ເປີດບ້ານເອົາຊະນະ ເອຟເວີຕັນ 2-0 ຄວ້າໄຊນັດທຳອິດຂອງປີ 2023