ເປີດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນທົ່ວໄປ

ພິທີເປີດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III (ຊຽງຂວາງ ພາຣາ ເກມ) ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ເປີດຂຶ້ນວັນທີ 14 ກຸມພາ 2023 ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ, ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ຊຽງຂວາງ ພາຣາ ເກມ ມີການຊີງໄຊທັງໝົດ 7 ປະເພດກິລາ ຄື: ກິລາຍົກນໍ້າໜັກ, ກິລາແລ່ນ-ລານ, ກິລາລອຍນໍ້າ, ກິລາບານບ້ວງລໍ້ເລື່ອນ, ກິລາໂກນບານ, ກິລາບັອດເຊຍ, ກິລາບານເຕະ, ແຂ່ງຂັນທັງໝົດ 123 ລາຍການ, ຊິງຫລຽນຄຳ, ຫລຽນເງິນ, ຫລຽນທອງ ຢ່າງລະ 135 ຫລຽນ, ໄດ້ກຳນົດເອົາ 5 ສະໜາມແຂ່ງຂັນຄື: ສະໜາມໄຊຊະນະ, ສະໜາມກິລາທົ່ງໄຫຫີນ, ເດີ່ນບານເຕະ ນ້ຳມັນເຊື້ອໄຟ, ເດີ່ນຮົ່ມໂຮງຮຽນພອນສະຫວັນ, ສະໂມສອນພະແນກແຜນການ ແລະ ການລົງທຶນ, ສ່ວນກິລາລອຍນ້ຳ ແມ່ນຈັດການແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫລັກ16 ທີ່ນະຄອນຫລວງວຽງຈັນ. ມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫລວງ ເຂົ້າຮວ່ມໃນນັ້ນມີຄະນະນຳ, ຄູຝຶກ, ຜູ້ຊ່ວຍ 434 ຄົນ ແລະ ນັກກິລາ 272 ຄົນ ລວມທັງໝົດ 706 ທ່ານ ງານດັ່ງກ່າວໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8-10 ກຸມພາ 2023 ໂດຍຈັດການແຂ່ງຂັນຢູ່ນະຄອນຫລວງວຽງຈັນ 1 ປະເພດກິລາ ຄື: ກິລາລອຍນ້ຳ. ສ່ວນການແຂ່ງຂັນຢູ່ແຂວງຊຽງຂວາງ ແມ່ນໄດ້ເລີ່ມແຂ່ງຂັນລະຫວ່າງວັນທີ 13-17 ກຸມພາ 2023.
ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ລາຍງານວ່າ: ງານແຂ່ງຂັນກິລາ ຊຽງຂວາງ ພາຣາ ເກມ ແມ່ນການແຂ່ງຂັນກິລາ ຫລາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂຶ້ນໃນທຸກໆ 3 ປີ ພາຍຫລັງສິ້ນສຸດການຈັດງານມະຫາກໍາກິລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນທົ່ວໄປ ໃນການເຄື່ອນໄຫວກິລາ-ກາຍຍະກໍາເພື່ອສຸຂະພາບ ແລະ ມິດຕະພາບຂອງມະນຸດພວກເຮົາ ແນໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ, ໄດ້ຄວາມຊົງຈໍາທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ ແລະ ໃຫ້ສັງຄົມຮັບຮູ້ບົດບາດ ຄວາມສາມາດຂອງຄົນພິການຢູ່ໃນເວທີສາກົນ ກໍຄື ຢູ່ໃນຂະບວນກິລາ-ກາຍຍະກໍາທັງພາຍໃນ ແລະ ຕ່າງປະເທດ ເປັນຜົນງານການປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງສາ ພັດທະ ນາປະເທດຊາດ ແລະ ວົງການກິລາ. ນອກນີ້ຍັງເປັນການຄັດເລືອກເອົານັກກິລາທີ່ມີພອນສະຫວັນ, ຄັດເລືອກໄດ້ນັກກິລາທີ່ມີສະຖິຕິດີ ເພື່ອສ້າງເປັນນັກກິລາລະດັບຊາດ ສົ່ງເຂົ້າຮ່ວມການແຂ່ງຂັນກິລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ ໂດຍສະເພາະຮ່ວມແຂ່ງຂັນໃນລະດັບອາຊຽນພາຣາເກມ ຄັ້ງທີ XII ທີ່ປະເທດກໍາປູເຈຍ ໃນເດືອນມິຖຸນາ 2023 ນີ້.
ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າມີຄຳເຫັນໂດຍໃນນາມຕາງໜ້າລັດຖະບານ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ປິຕິຍະນດີ ຕໍ່ການຫ້າງຫາກະກຽມຄວາມພ້ອມຮອບດ້ານຂອງແຂວງເຈົ້າພາບ, ກໍຄື ສສກ ແລະ ຄະນະຮັບຜິດຊອບຈັດງານ, ຊົມເຊີຍຕໍ່ທຸກພາກສ່ວນທີ່ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ຫວັງຢ່າງຍິ່ງວ່າການແຂ່ງຂັນຄັ້ງນີ້ ຈະເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບ, ຄວາມມີນໍ້າໃຈ, ຄວາມຟົດຟື້ນເບີກບານມ່ວນຊື່ນ ແລະ ສະແດງໃຫ້ເຫັນເຖິງບົດບາດໃນການສົ່ງເສີມສິດທິຄວາມເທົ່າທຽມລະຫວ່າງຄົນພິການ ແລະ ບໍ່ພິການ ໃນການເຄື່ອນໄຫວກິລາ-ກາຍຍະກໍາ ມາຮອດນີ້ໄດ້ເວລາເລີກງາມຍາມດີ ຂໍປະກາດເປີດງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ນັບແຕ່ເວລານີ້ເປັນຕົ້ນໄປ.