ເຊັນສັນຍາເງິນກູ້ ແລະ ເງິນຊ່ວຍເຫຼືອລ້າ ສຳລັບໂຄງການກະສິກໍາເພື່ອໂພຊະນາການ ໄລຍະ 2 (AFN II) ມູນຄ່າ 25,23 ລ້ານ ໂດລາ

ວັນທີ 14-15 ກຸມພາ 2023 ຜ່ານມານີ້ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນພ້ອມດ້ວຍຄະນະກົມ ຈາກກະຊວງການເງິນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາຜູ້ວ່າການຂອງກອງທຶນສາກົນ ເພື່ອການພັດທະນາກະສິກໍາ (International Fund for Agricultural Development -IFAD) ຄັ້ງທີ 46, ພາຍໃຕ້ຫົວຂໍ້: “ແຜນເລັ່ງລັດ ສໍາລັບວຽກງານຄຳປະກັນດ້ານສະບຽງອາຫານ (Accelerating action for food security)ທີ່ນະຄອນຫຼວງໂຣມ, ປະເທດອິຕາລີ.
ໃນໂອກາດດຽວກັນໄດ້ພົບປະກັບ ທ່ານ Alvaro Lario, ປະທານ IFAD ເພື່ອປຶກສາຫາລື ແຜນການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະ ແມ່ນການສ້າງແຜນຍຸດທະສາດການຮ່ວມມື (Country Strategic Opportunities Programme (COSOP)) ລະຫວ່າງ ສປປ ລາວ ກັບ IFAD ໄລຍະ ປີ 2025 ຫາ 2030, ຊຶ່ງທ່ານ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ແຈ້ງວຽກງານບູລິມະສິດຂອງຂະແໜງກະສິກໍາ ສປປ ລາວ ໃນ 4 ວຽກງານໃຫຍ່ ເພື່ອເຂົ້າໃນແຜນການຮ່ວມມື ຄື: (1) ແຜນງານຄໍ້າປະກັນສະບຽບອາຫານ ແລະ ໂພຊະນາການ, (2) ແຜນງານຜະລິດກະສິກໍາເປັນສິນຄ້າ, (3) ແຜນງານຄຸ້ມຄອງປ່າໄມ້ແບບຢືນຍົງ ແລະ (4) ແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ. ພ້ອມນີີ້, ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈ ປະທານ IFAD ທີ່ໃຫ້ການຊ່ວຍເຫຼືອຂະແໜງກະສິກໍາ ສປປ ລາວ ຕະຫຼອດມາ, ເຊິ່ງທຸກພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ຍິນດີຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ IFAD ເພື່ອຈັດຕັ້ງປະຕິບັດ ແຜນຍຸດທະສາດການຮ່ວມມື ກັບ IFAD ໃຫ້ມີປະສິດທິຜົນ ແລະ ສໍາເລັດ.
ການພົບປະ ແມ່ນໄດ້ເຊັນສັນຍາເງິນກູ້ ແລະ ເງິນຊ່ວຍເຫຼືອລ້າ ສຳລັບໂຄງການກະສິກໍາເພື່ອໂພຊະນາການ ໄລຍະ 2 (AFN II) ມູນຄ່າ 25,23 ລ້ານ ໂດລາ ສຫລ, ໃນນີ້ປະກອບມີ: ເງິນກູ້ຈາກ IFAD ຈໍານວນ 13,23 ລ້ານ ໂດລາ ແລະ ເງິນຊ່ວຍເຫຼືອລ້າ ຈາກແຜນງານຄໍ້າປະກັນສະບຽງອາຫານ ແລະ ກະສິກໍາໂລກ (Global Agriculture and Food Security Program – GAFSP). ກະຊວງກະສິກຳ ແລະ ປ່າໄມ້ ຈະເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄລຍະເວລາ 07 ປີ ເລີ່ມຈາກ 2023 ຫາ 2029. ຈຸດປະສົງຂອງໂຄງການແມ່ນເພື່ອ ສ້າງເງື່ອນໄຂໃຫ້ບັນດາຄົວເຮືອນ ທີ່ມີຄວາມສ່ຽງສາມາດປັບປຸງ ແລະ ເພີ່ມຄວາມຫຼາກຫຼາຍຂອງຜົນຮັບ ດ້ານໂພຊະນາການ ແລະ ເສດຖະກິດ–ສັງຄົມ, ປັບປ່ຽນພຶດຕິກໍາການບໍລິໂພກອາຫານ ທີ່ມີສານອາຫານຄົບຖ້ວນ, ສົ່ງເສີມ ແລະ ຍົກສູງບົດບາດຍິງ–ຊາຍ, ສ້າງຄວາມສາມາດໃນການຮັບມືກັບເງື່ອນໄຂສະພາບອາກາດມີການປ່ຽນແປງ ແລະ ປັບປຸງຄວາມອາດສາມາດດ້ານການຜະລິດກະສິກໍາ ແລະ ການເຂົ້າເຖິງຕະຫຼາດ.