ເຄິ່ງຫລັງຍິງ 4 ປະຕູ ບາເຊໂລນາ ໄລ່ສະເໝີ ແມນຢູ 2-2 ຮອບເພຣອອຟນັດທຳອິດ ຢູໂລປາ ລີກ


ຢູໂຣປາ ລີກ ຮອບເພຣອອຟນັດທໍາອິດ ບາເຊໂລນາ ເປີດບ້ານພົບກັບ ແມນເຊັສເຕີ ຢູໄນເຕັດ ໃນເກມນີ້ ບາເຊໂລນາ ໄດ້ໜ້າເປົ້າຄື ໂຣເບີດ ເລວານດອຟສະກີ ກຽມຍິງ, ສ່ວນ “ຜີສາດແດງ” ສົ່ງ ມາຄັສ ແຣສຟອດ, ຈາດອນ ຊານໂຊ ແລະ ບຣູໂນ ເຟີນານເດສ ເປັນໂຕບຸກ.
ຄວາມມ່ວນເກີດຂຶ້ນໃນເຄິ່ງເວລາທີສອງ ເມື່ອນາທີ 50 ບາເຊໂລນາ ໄດ້ປະຕູຂຶ້ນນຳຈາກລູກເຕະມຸມ ມາກອສ ອາລອນໂຊ ເອົາຫົວຕີບານສຽບເສົາໄປ 1-0 ແຕ່ກໍ່ດີໃຈໄດ້ແປບດຽວ ໃນນາທີໆ 52 ແມນເຊັສເຕີ ຢູໄນເຕັດ ທວງຄືນຈາກ ມາຄັສ ແຣສຟອດ ຍິງເຂົ້າປະຕູສຽບເສົາຢ່າງສວຍງາມເພື່ອຕີສະເໝີ 1-1.
ຈົນມາເຖິງນາທີທີ 58 ແມນເຊັສເຕີ ຢູໄນເຕັດ ແຊງນຳແບບມີດວງ ບຣູໂນ ເຟີນານເດສ ດີດບານໜ້າປະຕູແລ້ວໄປຖືກ ກຸນເດ ເຂົ້າປະຕູຂອງຕົນເອງ 2-1, ແຕ່ໃນນາທີ 75 ບາເຊໂລນາ ໄລ່ຕີສະເໝີຈາກໄດ້ ຣາຟິນຢາ ປັ່ນໂຄ້ງໆມ້ວນເຂົ້າປະຕູເປັຮ 2-2 ແລະ ຈົບເກມດ້ວຍຄະແນນນີ້ຫລັງຈາກທີ່ບໍ່ສາມາດຍິງເພີ່ມໄດ້ອີກ.
ທັງສອງທີມຈະກັບມາສູ້ກັນອີກໃນນັດທີ 2 ໂດຍແມນເຊັສເຕີ ຢູໄນເຕັດ ຈະເປັນເຈົ້າບ້ານໃນວັນທີ 23 ກຸມພານີ້ເພື່ອຕັດສິນຫາຜູ້ເຂົ້າຮອບຕໍ່ໄປ.