ຈຳປາສັກມີແຜນປັບປຸງສະໝາມກຳຈັດຂີ້ເຫຍື່ອຫລັກ 17 ຄືນໃໝ່

- 741 - ຈຳປາສັກມີແຜນປັບປຸງສະໝາມກຳຈັດຂີ້ເຫຍື່ອຫລັກ 17 ຄືນໃໝ່
- Untitled design 1 - ຈຳປາສັກມີແຜນປັບປຸງສະໝາມກຳຈັດຂີ້ເຫຍື່ອຫລັກ 17 ຄືນໃໝ່

ສະໝາມກຳຈັດຂີ້ເຫຍື້ອ ແຂວງຈຳປາສັກທີ່ຫລັກ 17 ເມືອງຊະນະສົມບູນ, ຈະໄດ້ຮັບ ການກໍ່ສ້າງປັບປຸງຄືນໃໝ່, ພາຍ ໃຕ້ໂຄງການປັບປຸງສິ່ງແວດລ້ອມ ຕົວເມືອງປາກເຊ, ພາຍຫລັງໄດ້ ຕົກລົງໃນວັນທີ 28 ສິງຫາຜ່ານ ມານີ້, ດ້ວຍມູນຄ່າທັງໝົດ 3,6 ລ້ານກວ່າໂດລາສະຫະລັດ ໂດຍ ແມ່ນທຶນກູ້ຢືມ ແລະ ຊ່ວຍເຫລືອ ລ້າຈາກທະນາຄານພັດທະນາ ອາຊີ (ADB) ເຊິ່ງແມ່ນບໍລິສັດ ຊີໂຕ ໄທແລນ ຈຳກັດຈາກປະ ເທດໄທເປັນຜູ້ຮັບເໝົາຄາດ ວ່າ ຈະໃຫ້ສຳເລັດໃນໄລຍະ ເວລາ 3 ປີ.

 

 

+ ກຳຈັດຄວາມຂັດແຍ່ງຢູ່ບ່ອນເຮັດວຽກ

+ ແຂວງຈຳປາສັກເລີ່ມກໍ່ສ້າງລະບົບປ້ອງກັນຕາຝັ່ງເຈື່ອນແຄມແມ່ນ້ຳເຊໂດນ

 

 

ຮອງຫົວໜ້າພະແນກ ຍທຂ, ຫົວໜ້າໂຄງການປັບປຸງ ສິ່ງແວດລ້ອມຕົວເມືອງປາກເຊ ໃຫ້ຮູ້ວ່າ: ສະໝາມກຳຈັດຂີ້ ເຫຍື້ອດັ່ງກ່າວມີເນື້ອທີ່ກວ້າງ 12 ເຮັກຕາ, ເພື່ອກໍ່ສ້າງອ່າງດິນຝັງ ຂີ້ເຫຍືອຈຳນວນ 2 ອ່າງ, ເຊິ່ງ ອ່າງທີ 1 ມີຂະໜາດບັນຈຸຂີ້ເຫຍື້ອ 57 ພັນກວ່າແມັດກ້ອນ, ອ່າງທີ 2 ມີຂະໜາດ 2 ແສນກວ່າແມັດ ກ້ອນ. ພ້ອມນີ້ຍັງຈະກໍ່ສ້າງ ອ່າງບຳບັດນ້ຳເປື້ອນ 2 ອ່າງ, ອ່າງເກັບນ້ຳໃສ 2 ອ່າງ ແລະ ປະກອບລະບົບເຕັກນິກອື່ນໆ ຄົບຊຸດຖ້າກໍ່ສ້າງສຳເລັດກໍຈະ ຊ່ວຍໃຫ້ແຂວງຈຳປາສັກມີບ່ອນ ເກັບມ້ຽນຂີ້ເຫຍື່ອໄດ້ມາດຕະ ຖານ ແລະ ໃຊ້ງານໄດ້ບໍ່ຕ່ຳກວ່າ 10 ປີ.

-    AD conten website - ຈຳປາສັກມີແຜນປັບປຸງສະໝາມກຳຈັດຂີ້ເຫຍື່ອຫລັກ 17 ຄືນໃໝ່
- lattana banner 1 - ຈຳປາສັກມີແຜນປັບປຸງສະໝາມກຳຈັດຂີ້ເຫຍື່ອຫລັກ 17 ຄືນໃໝ່
- lattana banner - ຈຳປາສັກມີແຜນປັບປຸງສະໝາມກຳຈັດຂີ້ເຫຍື່ອຫລັກ 17 ຄືນໃໝ່
error: Alert: ເນື້ອຫາຂ່າວມີລິຂະສິດ !!