ປີ 2022 ໄຟຟ້າລາວ ໄດ້ຮັບຊື້ພະລັງງານໄຟຟ້າຈາກແຫລ່ງຜະລິດພາຍໃນ ແລະ ຜະລິດເອງ 17.230,16 GWh ແລະ ຊື້ຈາກຕ່າງປະເທດ ຈາກ EGAT 809,28 GWh

- WhatsApp Image 2023 02 19 at 11 - ປີ 2022 ໄຟຟ້າລາວ ໄດ້ຮັບຊື້ພະລັງງານໄຟຟ້າຈາກແຫລ່ງຜະລິດພາຍໃນ ແລະ ຜະລິດເອງ 17.230,16 GWh ແລະ ຊື້ຈາກຕ່າງປະເທດ ຈາກ EGAT 809,28 GWh
- kitchen vibe - ປີ 2022 ໄຟຟ້າລາວ ໄດ້ຮັບຊື້ພະລັງງານໄຟຟ້າຈາກແຫລ່ງຜະລິດພາຍໃນ ແລະ ຜະລິດເອງ 17.230,16 GWh ແລະ ຊື້ຈາກຕ່າງປະເທດ ຈາກ EGAT 809,28 GWh

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ໃນວັນທີ 17 ກຸມພາ 2023 ຜ່ານມາ, ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫລວງວຽງຈັນ ມີ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະປະຕິຮູບ ໄຟຟ້າລາວ, ຄະນະກົມອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງການເງິນ, ຄະນະຝ່າຍ, ຄະນະຫ້ອງການ, ພະນັກງານນໍາພາ ຟຟລ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ໄຟຟ້າລາວ ໄດ້ລາຍງານສະພາບວຽກງານໃນ ປີ 2022 ສະພາບເສດຖະກິດ-ການເມືອງຂອງໂລກທີ່ມີການຜັນແປ ມັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ໃຫ້ກັບການພັດທະນາເສດຖະກິດ-ສັງຄົມ ມີຄວາມຫຍຸ້ງຍາກ ແຕ່ຄະນະພັກ ຄະນະຜູ້ບໍລິຫານກໍ່ໄດ້ຕັດສິນໃຈສູງໃນການຈັດຕັ້ງວຽກງານຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ. ເປັນຕົ້ນ ໃນປີ 2022 ໄຟຟ້າລາວ ໄດ້ແຕ່ງຕັ້ງຄະນະປະຕິຮູບ ໂດຍການຊີ້ນໍາໂດຍກົງຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ເພື່ອເຮັດໃຫ້ການບໍລິຫານອົງກອນມີຄວາມເຂັ້ມແຂງ ຍືນຍົງ ຍົກສູງປະສິດຕິພາບວຽກງານໃຫ້ສອດຄ່ອງ ແລະ ເໝາະສົມ ໃນແຕ່ລະໄລຍະຂອງການດໍາເນີນທຸລະກິດ ໃຫ້ທັນສະໄໝ.

- Visit Laos Visit SALANA BOUTIQUE HOTEL - ປີ 2022 ໄຟຟ້າລາວ ໄດ້ຮັບຊື້ພະລັງງານໄຟຟ້າຈາກແຫລ່ງຜະລິດພາຍໃນ ແລະ ຜະລິດເອງ 17.230,16 GWh ແລະ ຊື້ຈາກຕ່າງປະເທດ ຈາກ EGAT 809,28 GWh

ປີ 2022 ໄຟຟ້າລາວ ໄດ້ຮັບຊື້ພະລັງງານໄຟຟ້າຈາກແຫລ່ງຜະລິດພາຍໃນ ແລະ ຜະລິດເອງ ເທົ່າກັບ 17.230,16 GWh, ຊື້ພະລັງງານພາຍໃນຈາກ IPP-SPP ຕາມແຜນ 13.348,22 GWh ຊື້ຕົວຈິງ 12.865,83 GWh ປະຕິບັດໄດ້ 96,39%, ຊື້ພະລັງງານຈາກຕ່າງປະເທດ ຈາກ EGAT ຕາມແຜນ 264,73 GWh ຊື້ຕົວຈິງ 809,28 GWh ກວມເອົາ 305,70%.

ວຽກງານຄຸ້ມຄອງລະບົບສົ່ງ ແລະ ສະຖານີ ປັດຈຸບັນ ທົ່ວປະເທດ ມີສະຖານີໄຟຟ້າແຮງສູງ ທັງໝົດ 76 ແຫ່ງ, ໃນນັ້ນເປັນສະຖານີ 230/115 kV ຈໍານວນ 15 ແຫ່ງ, ສະຖານີ 115/22 kV ຈໍານວນ 61 ແຫ່ງ, ລວມກໍາລັງຕິດຕັ້ງ ທັງໝົດ: 7.212 MVA. ມີລະບົບສາຍສົ່ງໄຟຟ້າແຮງສູງ 230 kV ແລະ 115 kV ລວງຍາວທັງໝົດ 10.054 km/ວົງຈອນ, ທຽບໃສ່ ປີ 2021 ເພີ່ມຂຶ້ນ 78 km/ວົງຈອນ, ລະບົບຕາຂ່າຍແຮງດັນກາງ 22/35 kV ລວງຍາວທັງໝົດ 36.318,54 km/ວົງຈອນ, ທຽບໃສ່ປີ 2021 ເພີ່ມຂຶ້ນ 3,52%, ລະບົບຕາຂ່າຍແຮງດັນຕໍ່າ 0,4 kV, ລວງຍາວທັງໝົດ 21.007,02 km/ວົງຈອນ, ທຽບໃສ່ປີ 2021 ເພີ່ມຂຶ້ນ 2,12%, ໝໍ້ແປງລະບົບຈໍາໜ່າຍທັງໝົດ 35.891 ໜ່ວຍ, ລວມກໍາລັງຕິດຕັ້ງ 5.840.139 kVA. ທຽບໃສ່ຕົ້ນປີ 2021 ເພີ່ມຂຶ້ນ 2.000 ໜ່ວຍ; ເທົ່າກັບ 5,57%, ກໍາລັງຕິດຕັ້ງເພີ່ມຂຶ້ນ 400.727 kVA=7,37%. ມີໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງ ຂອງ ຟຟລ ທັງໝົດ 1.645.342 ໜ່ວຍ. ທຽບໃສ່ຕົ້ນປີ 2021 ເພີ່ມຂຶ້ນ 79.314 ໜ່ວຍ; ເທົ່າກັບ 5,06%. ໃນນັ້ນ, ຈໍານວນໝໍ້ນັບໄຟ ທີ່ເປ່ເພທັງໝົດ 67.184 ໜ່ວຍ, ກວມເອົາ 4,08% .

ປີ 2023 ໄຟຟ້າລາວ ສືບຕໍ່ຜັນຂະຫຍາຍຍຸດທະສາດພັດທະນາພະລັງງານໄຟຟ້າ ໃຫ້ສອດຄ່ອງກັບຄວາມຕ້ອງການ ໂດຍຄຳນືງເຖີງຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ ຄຽງຄູ່ກັບການພັດທະນາພະລັງງານໄຟຟ້າເຊື່ອມໂຍງກັບປະເທດອ້ອມຂ້າງໃນການແລກປ່ຽນດ້ານພະລັງງານ, ປັບປຸງຍົກລະດັບ-ຂະຫຍາຍຕາຂ່າຍໄຟຟ້າສູ່ຊົນນະບົດ ໂດຍຮ່ວມກັບອົງການປົກຄອງທ້ອງຖິ່ນ, ຫລຸດພະລັງງານຕົກເຮ່ຍຢ່າງໜ້ອຍ 1.5%, ແກ້ໄຂໄຟຕົກ-ໄຟມອດ ໃຫ້ຫລຸດລົງ 20%, ສືບຕໍ່ກວດກາການລັກນໍາໃຊ້ກະແສໄຟ ແລະ ການຈັດສັນປະເພດລູກຄ້າຄືນໃໝ່ ໃຫ້ສອດຄ່ອງກັບການ ຊົມໃຊ້ຕົວຈິງ.

- 5 - ປີ 2022 ໄຟຟ້າລາວ ໄດ້ຮັບຊື້ພະລັງງານໄຟຟ້າຈາກແຫລ່ງຜະລິດພາຍໃນ ແລະ ຜະລິດເອງ 17.230,16 GWh ແລະ ຊື້ຈາກຕ່າງປະເທດ ຈາກ EGAT 809,28 GWh
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!