ອິນເດຍກຽມສ້າງໂຮງໄຟຟ້ານິວເຄຼຍແຫ່ງທໍາອິດ ທາງຕອນເໜືອຂອງປະເທດ
February 20, 2023 - 10:17 AM
ສໍານັກຂ່າວຊິນຮົວລາຍງານໃນວັນທີ 18 ກຸມພາວ່າ: ລັດຖະບານອິນເດຍປະກາດການກໍ່ສ້າງໂຮງໄຟຟ້ານິວເຄຼຍໃນລັດຫໍຍານາທາງຕອນເໜືອຂອງປະເທດ.
ໂຮງໄຟຟ້ານິວເຄຼຍແຫ່ງທໍາອິດທາງຕອນເໜືອຂອງອິນເດຍນີ້ ຈະສ້າງຂຶ້ນໃນເຂດໂຄຣາມປຸຣະ ເຂດຟາເຕຮາບັດ ເຊິ່ງຢູ່ຫ່າງຈາກນະຄອນຫລວງນິວເດລີໄປທາງຕອນເໜືອປະມານ 150 ກິໂລແມັດ.
ທ່ານ ຈິເທນຕຣາ ຊິງ ລັດຖະມົນຕີວ່າການກະຊວງສະຫະພາບແຮງງານຂອງອິນເດຍລະບຸວ່າ: ການຕັດສິນໃຈສ້າງໂຮງໄຟຟ້ານິວເຄຼຍດັ່ງກ່າວສອດຄ່ອງກັບການໃຫ້ຄວາມສໍາຄັນຕໍ່ການເພີ່ມກໍາລັງຜະລິດນິວເຄຼຍຂອງອິນເດຍ. ພ້ອມກ່າວວ່າ: ລັດຖະບານໄດ້ອະນຸມັດການຕິດຕັ້ງເຄື່ອງປະຕິກອນນິວເຄຼຍຈໍານວນ 10 ເຄື່ອງແລ້ວ.