ເມືອງໂຂງ ພົບສັດລ້ຽງຕາຍ 10 ໂຕ ຍ້ອນພະຍາດຕາມລະດູການ


ທ່ານ ບັນດິດ ສິງຫາທຳ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງໂຂງ ລາຍງານໃຫ້ຮູ້ ໃນກອງປະຊຸມປະຈຳເດືອນກຸມພາ ທີ່ຈັດຂຶ້ນໃນວັນທີ 20 ກຸມພາ 2023 ນີ້ວ່າ: ປັດຈຸບັນ, ຫ້ອງການກະສິກຳ-ປ່າໄມ້ເມືອງ ໄດ້ຕິດຕາມເບິ່ງສັດລ້ຽງຂອງປະຊາຊົນທີ່ໄດ້ຮັບແຈ້ງວ່າ ມີບາງກຸ່ມບ້ານສັດລ້ຽງຕາຍຍ້ອນພະຍາດລະບາດຕາມລະດູການ ເປັນຕົ້ນ ພະຍາດເຕົ້າໂຮມເລືອດ, ປາກເປື່ອຍລົງເລັບ ແລະ ອະຫິວາໝູ.
ຕາມການເກັບກຳຂໍ້ມູນຂອງວິຊາການ ມາເຖິງປັດຈຸບັນ, ທົ່ວເມືອງ ພົບສັດລ້ຽງປະເພດສັດໃຫຍ່ ງົວ ແລະ ຄວາຍຕິດເຊື້ອ ແລະ ຕາຍຢູ່ 2 ຈຸດຄື: ກຸ່ມນາຝັ່ງ ແລະ ຈຸດບ້ານໃຫຍ່ເມືອງແສນ. ໃນນັ້ນ, ກຸ່ມນາຝັ່ງ ເຊິ່ງແມ່ນບ້ານ ນາຝັ່ງ ພົບງົວຈຳນວນ 13 ໂຕ ແລະ ຄວາຍ 1 ໂຕມີອາການເຫງົາຊຶມ, ສາມາດຮັກສາປິ່ນປົວງົວດີ 3 ໂຕ, ຕາຍ 10 ໂຕ ແລະ ຄວາຍຕາຍ 1 ໂຕ ແລະ ຈຸດບ້ານໃຫຍ່ເມືອງແສນພົບງົວຈຳນວນ 35 ໂຕ, ຄວາຍ 9 ໂຕ ເປັນພະຍາດປາກເປື່ອຍລົງເລັບ ແລະ ບ້ານດອນເຫລັກໄຟ ພົບໝູ ຕາຍ 20 ໂຕ.
ຕໍ່ກັບເຫດການທີ່ສັດລ້ຽງຂອງປະຊາຊົນຊາວເມືອງໂຂງຕາຍຄັ້ງນີ້ ປະທານກອງປະຊຸມ ກໍໄດ້ເນັ້ນ ໃຫ້ພາກສ່ວນກ່ຽວຂ້ອງ ລົງໃຫ້ຊິດຕິດແທດກັບພໍ່ແມ່ປະຊາຊົນເຝົ້າລະວັງຕິດຕາມພະຍາດທີ່ອາດເກີດຂຶ້ນກັບສັດລ້ຽງ ໂດຍສະເພາະບ້ານທີ່ເຄີຍມີປະກົດການລະບາດຂອງພະຍາດໃນໄລຍະຜ່ານມາ, ຖ້າພົບເຫັນໃຫ້ຮີບຮ້ອນແຈ້ງຕໍ່ອຳນາດການປົກຄອງ ຫລື ຫ້ອງການກ່ຽວຂ້ອງ ເພື່ອລົງໄປທຳລາຍ ແລະ ຫາວິທີກຳຈັດບໍ່ໃຫ້ພະຍາດໄດ້ແພ່ລະບາດອອກໄປເປັນບໍລິເວນກວ້າງ. ພ້ອມດຽວກັນນັ້ນ, ໃຫ້ອອກແຈ້ງການ ຢຸດຂ້າສັດ ເພື່ອປ້ອນຕະຫລາດພາຍໃນເມືອງ ໂດຍສະເພາະແມ່ນ ໝູ, ງົວ ແລະ ຄວາຍ ຈົນກວ່າການລະບາດຂອງເຊື້ອພະຍາດຢຸດເຊົາໂດຍພື້ນຖານ.