ສະເປີ ຫວັງຄວ້າ ໂຣເມລູ ລູກາກູ ລ່າຕາໜ່າງສູ້ເສິກລະດູການໜ້າ

ອັນໂຕນີໂອ ຄອນເຕ ຜູ້ຈັດການທີມ ທັອດແນມ ຮັອດສະເປີ ສະໂມສອນດັງແຫ່ງພຣີເມຍລີກ ອັງກິດ ມີຄວາມສົນໃຈຈະຄວ້າຕົວ ໂຣເມລູ ລູກາກູ ກອງໜ້າ ເຊລຊີ ມາເສີມຂຸມກຳລັງເກມບຸກ ເພື່ອສູ້ເສິກລະດູການໜ້າ ຫລັງນັກເຕະບໍ່ຢູ່ໃນແຜນການເຮັດທີມຂອງ ເຊລຊີ.
ປັດຈຸບັນ ລູກາກູ ຫລິ້ນຢູ່ໃນ ອິນເຕີ ມິລານ ໃນກັລໂຊ ເຊເຣຍ ອາ ແລະ ຕົວນັກເຕະເອງສະແດງອອກຢ່າງຊັດເຈນວ່າ ບໍ່ຕ້ອງການກັບໄປຍັງສະແຕມຟອດ ບຣິດ ອີກແລ້ວ ແຕ່ກໍຍັງບໍ່ຈະແຈ້ງວ່າ ອະນາຄົດຂອງລາວຈະໄປລົງເອີຍບ່ອນ.
ຄອນເຕ້ ແລະ ລູກາກູ ເຄີຍຮ່ວມງານກັນທີ່ອິນເຕີ ມິລານ ມາດົນເຖິງ 2 ປີ ແລະ ຊ່ວຍກັນສະໂມສອນຄວ້າແຊ໊ມ ລີກ ໄດ້ 1 ສະໄຫມ ໂດຍລະບຸວ່າ ມີໂອກາດສູງຫລາຍທີ່ພວກເຂົາຈະຫວນຮ່ວມງານກັນອີກເທື່ອຫນຶ່ງໃນສະເປີ.
ຂະນະດຽວກັນ ການທີ່ອະນາຄົດຂອງ ແຮຣີ ເຄນ ຫົວໜ້າທີມສະເປີ ຍັງບໍ່ແນ່ນອນວ່າຈະຢູ່ກັບທີມຕໍ່ໄປຫລືບໍ່ ເຮັດໃຫ້ ຄອນເຕ ຕ້ອງເບິ່ງຫາຕົວແທນເອົາໄວ້ຕັ້ງກ່ອນ ແລະ ຊື່ຂອງ ລູກາກູ ກໍຄືນັກເຕະທີ່ຢູ່ໃນຄວາມສົນໃຈ.
ສຳລັບ ລູກາກູ ອາຍຸ 29 ປີ ຍັງມີສັນຍາກັບ ເຊລຊີ ຍາວເຖິງປີ 2026 ໂດຍຖືກປະເມີນຄ່າໄວ້ທີ່ 60 ລ້ານປອນ.