ເຈົ້າແຂວງໄຊຍະບູລີ ເນັ້ນ 4 ວຽກງານ ໃນການກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ

- 334217658 124721087018334 5598710629194345959 n - ເຈົ້າແຂວງໄຊຍະບູລີ ເນັ້ນ 4 ວຽກງານ ໃນການກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- kitchen vibe - ເຈົ້າແຂວງໄຊຍະບູລີ ເນັ້ນ 4 ວຽກງານ ໃນການກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ

ວັນທີ 28 ກຸມພາ 2023 ຜ່ານມາ, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ໄດ້ເນັ້ນໃຫ້ຄະນະພັກແຕ່ລະຂັ້ນທົ່ວແຂວງ ເອົາໃຈໃສ່ 4 ວຽກງານຕໍ່ການກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວແຂວງ ເພື່ອໃຫ້ມີຄຸນນະພາບກວ່າເກົ່າ, ໃນໂອກາດເຂົ້າຮ່ວມປິດກອງປະຊຸມສະຫລຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວແຂວງ ເປັນຕົ້ນແມ່ນ

1: ຕ້ອງເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ-ພະນັກງານໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ເຂົ້າໃຈສະພາບຄວາມເປັນຈິງຂອງບັນດາພະແນກການ,ກົມກອງ ແລະ ບັນດາເມືອງ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ສຶກສາອົບຮົມຄຸນທາດການເມືອງ ໃຫ້ສະມາຊິກພັກ-ພະນັກງານ ເພື່ອຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນບຸກຄົນຜູ້ເຮັດແທ້ທໍາຈິງ ແລະ ເປັນຜູ້ປອດໃສຂາວສະອາດ ເພື່ອຮັກສາ ແລະ ເສີມຂະຫຍາຍລັກສະນະນໍາໜ້າຂອງພັກຢ່າງສະເໝີຕົ້ນສະເໝີປາຍ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າແຂວງໄຊຍະບູລີ ເນັ້ນ 4 ວຽກງານ ໃນການກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ

2: ເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມ ແລະ ມອບວຽກງານຕົວຈິງໃຫ້ແກ່ບັນດາສະມາຊິກພັກ ແລະ ຕິດຕາມ, ກວດກາການປະຕິບັດໜ້າທີ່, ການເຂົ້າຮ່ວມຊີວິດຂອງສະມາຊິກພັກໃນໜ່ວຍຂອງຕົນ; ເມື່ອສະມາຊິກພັກ-ພະນັກງານ ມີບັນຫາຫຍໍ້ທໍ້ກໍຕ້ອງໄດ້ສຶກສາອົບຮົມ, ຕ້ອງໄດ້ຊີ້ນໍາ-ນໍາພາ ຄະນະໜ່ວຍພັກໃຫ້ຮູ້ສ້າງແຜນ ແລະ ປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນວຽກງານໃຈກາງ, ເປັນວຽກຈຸດສຸມ ຂອງແຕ່ລະອົງຄະນະພັກ; ສໍາລັບຄະນະບໍລິຫານງານພັກເມືອງ ແລະ 2 ກອງບັນຊາການ ປກຊ-ປກສ ແຂວງໃຫ້ເອົາໃຈໃສ່ ຜັນຂະຫຍາຍເນື້ອໃນກອງປະຊຸມຄົບຄະນະກາງສະໄໝຂອງຕົນໃຫ້ກາຍເປັນແຜນງານ, ໂຄງການລະອຽດ ເພື່ອໃຫ້ໄດ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳໄປພ້ອມກັບການ ສືບຕໍ່ນໍາພາການກະກຽມດໍາເນີນກອງປະຊຸມໃຫຍ່ບັນດາຮາກຖານພັກໃຫ້ຮັບປະກັນເລືອກໄດ້ບຸກຄະລາກອນທີ່ມີມາດຕະຖານ, ໂຄງປະກອບດ້ານ ເພດ, ເຜົ່າ ໃນອັດຕາສ່ວນ ທີ່ເໝາະສົມ.

3: ເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມອົດທົນຜ່ານຜ່າອຸປະສັກຫຍຸ້ງຍາກ, ມີຈັນຍາບັນ, ຈັນຍາທໍາ, ໂປ່ງໃສ, ທ່ຽງທໍາ ໃນການປະຕິບັດໜ້າທີ່ວຽກງານ.

4: ວຽກງານປັບປຸງກົງຈັກການຈັດຕັ້ງພັກ ແມ່ນໃຫ້ສືບຕໍ່ປະຕິບັດຕາມກົດລະບຽບຂອງພັກ ໝາຍວ່າ ລະບົບການຈັດຕັ້ງຂອງພັກແມ່ນໃຫ້ສ້າງຕາມລະບົບກົງຈັກບໍລິຫານລັດ ສ່ວນການຈັດຕັ້ງຮາກຖານພັກ ນອກຈາກສ້າງຢູ່ບ້ານ, ສໍານັກງານອົງການ ຍັງສ້າງຕາມຫົວໜ່ວຍວິຊາການ, ການຜະລິດ ຫລື ຕາມຫົວໜ່ວຍທຸລະກິດ ໃຫ້ມີໜ່ວຍພັກນໍາພາ.

- 5 - ເຈົ້າແຂວງໄຊຍະບູລີ ເນັ້ນ 4 ວຽກງານ ໃນການກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!